
ການອັດດ້ວຍວັດສະດຸສີເໝືອນຟັນ
ການອັດດ້ວຍວັດສະດຸສີເໝືອນຟັນ(Tooth colored filling) ຄືການໃຊ້ວັດສະດຸອັັດແຂ້ວຄອມໂຟສິດເລຊິນທີ່ມີສີເໝືອຟັນ ຊ້ອມແຊມແຂ້ວທີ່ຜຸ ບິນ ແຕກ ປ່ຽນສີ ຫຼື ປິດຊ່ອງຫ່ວາງລະຫ່ວາງແຂ້ວໂດຍສາມາດເລືອກສີໃຫ້ຄືແຂ້ວໄດ້ຈື່ງນິຍົມ
![]() |
ປັນຫາແບບໃດທີ່ຕ້ອງອັດແຂ້ວ?
-
ປັນຫາແຂ້ວຜຸ
-
ປັນຫາແຂ້ວສຶກ
-
ປັນຫາການເກີດອຸບັດຕິເຫດທີ່ເຮັດໃຫ້ແຂ້ວແຕກ ຫຼື ບິ່ນ
-
ປັນຫາວັດສະດຸອັດເກົ່າຫຼຸດຫຼືບິ່ນ
ຂັ້ນຕອນການຮັກສາ
-
ທ່ານໝໍໄດ້ທຳການກວດແຂ້ວ ແລະ ອາດມີ X-Ray ເຂົ້າມາຊ່ວຍໃນການວິນິດໄສເພີ່ມເຕີມ
-
ທ່ານໝໍທຳການຮັກສາກໍແຂ້ວບໍລິເວນທີ່ຜຸ ຫຼື ປ່ຽນເນື້ອແຂ້ວໃນສ່ວນທີ່ແຂງແຮງໄວ້ເພື່ອຍຶດວັດສະດຸອຸດແຂ້ວ
-
ທ່ານໝໍທຳການອັດແຂ້ວອາດມີການໃຊ້ສານຍຶດຕິດເພື່ອໃຫ້ວັດສະດຸຍຶດຕິດກັບຕົວແຂ້ວສານບາງສະນິດ ຕ້ອງໃຊ້ແສງສາຍລົງໃນວັດສະດຸເພື່ອໃຫ້ເກີດການແຂງຕົວແລະທຳການຂັດແຂ້ວເພື່ອໃຫ້ຜິວແຂ້ວຮຽບນຽນ
-
ທ່ານໝໍຈະໃຫ້ຄົນໃຂ້ລອງຍໍ້າກັດ ຫຼື ສອບຖາມຄວາມຮູ້ສຶກຂອງຄົນໃຂ້ວ່າມີອາການປົກກະຕິບໍລິເວນທີ່ອັດໄປຫຼືບໍ
ໄລຍະເວລາໃນການອັດແຂ້ວດ້ວຍວັດສະດຸສີ
ການອັດແຂ້ວໃຊ້ໄລຍະເວລາປະມານ 1-2 ຊົ່ວໂມງ ຊື່ງຂື້ນຢູ່ກັບຄວາມຢາກງ່າຍຂອງແຕ່ລະບຸກຄົນອາຍຸການໃຊ້ງານຂອງການອັດແຂ້ວ
ອາຍຸການໃຊ້ງານຂອງການອັດແຂ້ວດ້ວຍວັດສະດຸສີເໝືອນຟັນ
ການອັດແຂ້ວດ້ວຍວັດສະດຸສີເໝືອນແຂ້ວສາມາດຢູ່ໄດ້ດົນເຖິງ 10 ປີ ຫຼື ກ່ວານັ້ນຂື້ນກັບຢູ່ກັບການເບິ່ງແຍງການຮັກສາ ແລະ ການພົບທ່ານໝໍເພື່ອກວດເຊັກວດເຊັກເປັນຈຳ
ຜົນລັບຂອງການອັດແຂ້ວດ້ວຍວັດສະດຸສີເໝືອນແຂ້ວ
-
ມີຄວາມສວຍງາມເບິ່ງເປັນທຳມະຊາດ
-
ມີຄວາມແຂງແຮງເພື່ອທີ່ຈະຮັບແຮງບົດຄ້ຽວໄດ້
-
ການສູນເສີຍເນື້ອແຂ້ວເພື່ອໃນການກມອັດນ້ອຍກ່ວາອາມັນກໍ້າ
-
ວັດສະດຸບໍ່ນຳຄວາມຮ້ອນຈື່ງບໍ່ສາມາດເຮັດໃຫ້ການສຽວແຂ້ວ ເມື່ອກີນຂອງຮ້ອນ ຫຼື ເຍັນ
ບໍ່ມີສານ ການເບິ່ງແຍງການຮັກສາ
-
ກໍລະແຂ້ວດ້ານໜ້າບໍ່ຄວນໃຊ້ກັດ ອາຫານທີ່ມີລັກສະນະແຂງ
-
ແປງແຂ້ວຢ່າງນ້ອຍມື້ລະ 2 ຄັ້ງ
-
ໃຊ້ໄໝຂັດຟັນ ແລະ ນໍ້າຢາບ້ວນປາກ
-
ພົບທ່ານໝໍເພື່ອກວດວັດສະດຸອັດ ແລະ ຊ່ອງປາກ ທຸກໆ 6ເດືອນ
ຄຳຖາມທີ່ພົບຕະຫຼອດ
ອັດແຂ້ວສ້ຽວແຂ້ວຫຼາຍບໍ?
ການອັດແຂ້ວອາດຈະມີການສ້ຽວແຂ້ວເນື່ອງຈາກຕຳແໝ່ງທີ່ແຂ້ວຢູ່ໃກ້ໂພ່ງປະສາດ ຫຼື ແຂ້ວຜຸເລີກເຊິ່ງທ່ານໝໍຈະແກ້ໄຂໂດຍການໃຊ້ຢາຊາເພື່ອເຮັດອາການສ້ຽວແຂ້ວໜ້ອຍລົງ
ອັດແຂ້ວສີເງິນ (ອາມັນກໍ້າ) ຢູ່ປ່ຽນສີເປັນອັດແຂ້ວດ້ວຍວັດສະດຸສີເໝືອນຟັນໄດ້ບໍ?