
ສະພານແຂ້ວ
ຮາກແຂ້ວທຽມແມ່ນຫຍັງ
ຮາກແຂ້ວທຽມ ຄື ໄມເທນ້ຽມສະກູ ທີ່ໄດ້ຮັບການອອກແບບພິເສດ ມີຮູປຮ່າງຄ້າຍຮາກແຂ້ວ ໃຊ້ເພື່ອຍືດກັບກະດູກຂາກັນໄກໃນຕຳແໜ່ງທີ່ແຂ້ວທຳມະຊາດຖືກຖອນອອກໄປ ຊື່ງຮາກທຽມນີ້ສາມາດຍືດໄດ້ກັບຄອບແຂ້ວ ສະພານແຂ້ວ ຫຼື ແຂ້ວປອມຊະນິດຖອດໄດ້ເປັນຍ່າງດີ ສຳລັບການທົດແທ່ນແຂ້ວທີ່ຫາຍໄປດ້ວຍການໃສ່ຮາກທຽມນັ້ນໃຫ້ຜົບຮັບໃກ້ຄຽງແຂ້ວທຳມະຊາດທີ່ສຸດ ທັງຄວາມຮູ້ສືກຈາກການໃຊ້ງານ ແລະຮູປລັກພາຍນອກ ຈືງເປັນການຮັກສາທີໄດ້ຮັບຄວາມນິຍົມຍາ່ງສູງໃນປະຈຸບັນ
![]() |
ສ່ວນປະກອບຂອງຮາກແຂ້ວທຽມ
|
![]() |
ຂໍ້ດີຂອງການເຮັດຮາກແຂ້ວທຽມ
-
ສວຍງາມຄືກັນກັບແຂ້ວທຳມະຊາດ
-
ຊ່ວຍຄົງສະພາບກະດູກຂາກັນໄກ
-
ເພີ່ມປະສິດທິພາບໃນການບົດຄ້ຽວ
-
ເພີ່ມປະສິດທິພາບໃນການໃຊ້ງານແລະການຍຶດຕິດຂອງແຂ້ວປອມຊະນິດຖອດໄດ້
-
ໃຊ້ທົດແທນການເຮັດສະພານແຂ້ວໂດຍທີສູນເສຍແຂ້ວຂ້າງດຽວ
-
ມີອາຍຸການໃຊ້ງານທີຍາວນານ
-
ທຳຄວາມສະອາດງ່າຍ
-
ເພີ່ມຄວາມຫມັ້ນໃຈ ແລະ ເພີມບຸກຄະລິກກະພາບ
ຂັ້ນຕອນການເຮັດຮາກແຂ້ວທຽມ
-
ກວດວິນິໄສ ແລະ ວາງແຜນການຮັກສາ
-
ການຝັງຮາກແຂ້ວທຍມລົງໄປໃນກະດູກ
-
ຮອງຮັບຄອບແຂວແລະພິມປາກເພື່ອກຽມໃສ່ຄອບແຂ້ວ
-
ຍຶດຄອບແຂ້ວ
ໄລຍະເວລາການເຮັດຮາກແຂ້ວທຽມ
ໃຊ້ເວລາປະມານ 3-6 ເດືອນຂຶ້ນໄປເນື່ອງຈາກຕ້ອງໃຊ້ໄລຍະເວລາໃນການປູກຮາກທຽມ
ອາຍຸການໃຊ້ງານຂອງຮາກແຂ້ວທຽມ
ຮາກແຂ້ວທຽມມີອາຍຸການໃຊງານຕັ້ງແຕ່ 10 ປີຂຶ້ນໄປຂຶ້ນຢູກັບການຮັກສາ
ຣາກແຂ້ວທຽມທີ TDH ເລືອກໃຊ້
|
![]() |
![]() |
|
![]() |
![]() |
|
![]() |
![]() |
|
![]() |
![]() |
ການດູແລຮັກສາການເຮັດຮາກແຂ້ວທຽມ
-
ຄວນສີແຂ້ວ ແລະໃຊ້ໄຫມຂັດຟັນຢ່າງນ້ອນມືລະ 2 ຄັ້ງ
-
ຄວນປະຕິຕາມຄຳແນະນຳຂອງແພດຢ່າງເຂັ້ມງວດ
-
ລະວັງບໍ່ໃຫ້ຕິດເຊື້ອ ບໍ່ຕ້ອງບວນປາກແຮງ
-
ງົດສູບຢາແລະດືມນຳ້ທາງຫລອດ ເພາະການດູດມີຜົນຕໍ່ບາດແຜ (ພາຍໃນ 24ຊົ່ວໂມງ)
-
ພົບແພດຕາມນັດ ແລະ ທຸກໆ 6 ເດືອນ
ຄຳຖາມທີ່ພົບເຫັນຕະຫອດ
ຝັງຮາກແຂ້ວທຽມເຈັບບໍ ?
ການຝັງຮາກແຂ້ວທຽມບໍ່ໄດ້ເຈັບຄືກັບຫລາຍໆ ຄົນຄິດ ເນື່ອງຈາກການຝັງຮາກແຂ້ວທຽມທັນຕະແພດຈະມີການສີດຢາມຶນກ່ອນ ເພື່ອຊ່ວຍບັນເທົາອາການການເຈັບປວດ ແລະ ເມື່ອເຮັດຮາກແຂ້ວທຍມສຳເລັດອາດມີອາການ ເຈັບ ບວມ ສາມາດຮັບປະທານຢາແກ້ປວດຕາມທີ່ທັນຕະແພດແນະນຳໃຫ້
ຜູ້ທີ່ບໍຄວນຝັງຮາກແຂ້ວທຽມ?
-
ຜູ້ຍິງຖືພາ ແນະນຳໃຫ້ຝັງຮາກແຂ້ວທຍມໄດ້ຫລັງຈາກໃຫ້ກຳເນີດລູກແລ້ວ ເນື້ອງຈາກຈະສົ່ງຜົນກະທົບຕໍເດັກ
-
ຜູ້ທີ່ມີອາຍຸຕຳ່ກ່ວາ 18 ປີເພາະກະດູກຂາກັນໄກຍັງຈະເລີນເຕີບໂຕບໍ່ເຕັມທີ
-
ຜູ້ທີ່ມີໂລກປະຈຳຕົວເຊັ່ນ ເຫວົາຫວານ, ມະເລັງ ທີມີການສີດລັງສີບໍລິເວນໃບຫນ້າ
-
ຜູ້ທີ່ມີບັນຫາຊ່ອງປາກ ເຊັ່ນໂລກເຫງືອກ ແນະນຳໃຫ້ຮັກສາໃຫ້ຫາຍດີກ່ອນ
ກຽມຕົວແນວໃດກ່ອນການເຂົ້າຮັບການຮັກສາຝັງຮາກແຂ້ວທຽມ?
-
ປຶກສາທັນຕະແພດເພື່ອວາງແຜນການຮັກສາຢ່າງລະອຽດ
-
ແຈ້ງຂໍ້ມູນຄວາມເປັນຈິງໃຫ້ແກ່ທັນຕະແພດ ເຊັ່ນ ໂລກປະຈຳຕົວ, ຢາທີກຳລັງໃຊ້ຢູ່
-
ດູແລສຸຂະພາບຊ່ອງປາກໃຫ້ດີກ່ອນເຂົ້າຮັບການຮັກສາ