pradit-submenu-lao-03

ສະພານແຂ້ວ

ສະພານແຂ້ວແມ່ນຫຍັງ?

ການເຮັດສະພານແຂ້ວເປັນອີກວິທີຫນຶ່ງທີສາມາທົດແທນແຂ້ວທີເສຍໄປໄດ້ ຈະມີລັກສະນະຄອບແຂ້ວຕິດກັນຫລາຍເຫລັ້ມ ຂຶ້ນກັບຈຳນວນແຂ້ວທີ່ໃສທົດແທນຊະນິດສະພານແຂ້ວ

 

ຊະນິດສະພານແຂ້ວ

  • ສະພານແຂ້ວແບບທຳມະດາເປັນການສ້າງຄອບແຂ້ວຢູ່ເທິງແຂ້ວ ຫລືເທິງຮາກທຽມທັງສອງຂ້າງຂອງແຂ້ວທີສູນເສຍໄປຢ່າງໃດຫນຶ່ງມັນຈະເຮັດໃຫ້ ຟໍເຮັນປະສົມກັບໂລຫະ ຫລືເຊລາມິກຢ່າງໃດໜຶ່ງ
  • ສະພານແຂ້ວແບບມີຖານຍຶດຂ້າງດຽວ ເປັນສະພານແຂ້ວທີໃຊ້ວິທິຍຶດແຂ້ວທຽມເຂົ້າກັບແຂ້ວຂອງຈິງພຽງຂ້າງດຽວນິຍົມໃຊ້ກັບແຂ້ວເຫລັ້ມສຸດທ້າຍ
  • ສະພານແຂ້ວແບບແມຮີແລນ (Maryland Bridge) ຫລືສະພານແຂ້ວທີຢຶດດ້ວຍວັດສະດຸເຮຊິນ ຜະລິຈາກພໍແລນຫລອມເຂົ້າກັບໂລຫະເຫລັກ ນິຍົມໃຊ້ໃນກໍລະນີສູນເສຍແຂ້ວຫນ້າ

ກໍລະນີເຫມາະກັບການເຮັດສະພານແຂ້ວ

  • ບໍລິເວນທີສູນເສຍແຂ້ວເປັນບໍລິເວນສັ້ນໆ ມີແຂ້ວຫນ້າ ແລະ ຫລັງ ທີສູນເສຍໄປ
  • ແຂ້ວທີຖອນໄປມີສະພາບເຫງຶອກປົກກະຕິ

 

ການນັດຫມາຍເຮັດການຮັກສາ

ການນັດຄັ້ງທີ 1
  • ສິດຢາມຶນປັບຕົກແຕ່ງຮູບຮ່າງແຂ້ວທີ່ມີຢູ່ຕິດກັບຊ່ອງຈະເຮັດສະພານແຂ້ວ
  • ເລືອກສີແຂ້ວ ພິມແຂ້ວ ແລະສົ່ງແລັບສ້າງສະພານແຂ້ວ
  • ໃສ່ສະພານຊົ່ວຄາວ
ການນັດຄັ້ງທີ 2
  • ໃສສະພານແຂ້ວແທ້
ການນັດຄັ້ງທີ 3
  • ກວດເຊັກສະພາບແຂ້ວຫລັງຈາກການໃຊ້ງານຈິງ

 

ໄລຍະເວລາການເຮັດສະພານແຂ້ວ

ໄລຍະເວລາໃນການເຮັດສະພານແຂ້ວຈະຢູ່ປະມານ 1-2 ອາທິດ

 

ອາຍຸການໃຊ້ງານຂອງສະພານແຂ້ວ

ສະພານແຂ້ວມີອາຍຸໃຊ້ງານປະມານ5-10 ປີ ຂື້ນຍູ່ກັບການດູແລຮັກສາ ແລະ ການມາພົບທັນຕະແພດຍ່າງສະໝ່ຳສະເໝີ

 

ຄຳຖາມທີພົບຕະຫຼອດ

 

ສະພານແຂ້ວປ້ອງກັນແຂ້ວລົ້ມແທ້ບໍ່?
A : ສະພານແຂ້ວນອກຈາກເປັນການທົນແທນແຂ້ວທີ່ສູນເສຍແລ້ວ ຍັງສາມາດຊ່ວຍປ້ອງກັນການລົ້ມຂອງແຂ້ວເຫຼັ້ມຂ້າງຄຽງໄດ້ອີກ

 

ຫຼັງທຳສະພານແຂ້ວແລ້ວເກິດອາການເຫງືອກບວມເຮັດແນວໃດ?
ເມືອເກິດບັນຫາເຫງືອກບວມຫຼທບັນຫາລະຄາຍເຄືອງອື່ນໆ ແນະນຳໃຫ້ບ້ວນປາກດ້ວຍນຳເກືອວັນລະ 3 ຄັ້ງເພື່ອຫລຸດບັນຫາດັງກ່າວ

 

ການເຮັດສະພານແຂ້ວມີຂໍ້ຄວນລະວັງແນວໃດແດ?
ສະພານແຂ້ວບໍ່ເໝາະກັບຜູ້ທີ່ມີບັນຫາສຸກຂະພາບຊ່ອງປາກ ເຊັ່ນໂລກເຫງືອກ ຈຳເປັນຕ້ອງຮັກສາໂລກເຫງືອກໃຫ້ເຊົ່າກ່ອນເຂົ້າຮັບການຮັກສາ