pradit-submenu-lao-01

ແຂ້ວປອມ

ແຂ້ວປອມຊະນິດຖອນໄດ້ບາງສວນ

ແຂ້ວປອມຖອດໄດ້ບາງສວນ ເປັນວິທີໃຊທົດແທນຕຳແຫນ່ງແຂ້ວທີເສຍໄປຫລາຍຕຳແຫນ່ງສາມາດຖອດອອກມາໄດ້ ເໝາະກັບການທົດແທນແຂ້ວທີເສຍໄປຫນຶ່ງ ຫລື ຫລາຍເຫລັ້ມວັສະທີໃຊ້ມີດັ່ງນີ້

ແຂ້ວປອມຖານອັກຄີລິກ

ແຂ້ວປອມໂຄງໂລຫະແຂ້ວປອມບາງສ່ວນຊະນິດຖອດໄດ້ (RPD)

ການນັດຫມາຍກາຍການຮັກສາ

            ຂັ້ນຕອນການເຮັດແຂ້ວປອມຊະນິດນີ້ຕ້ອງໃຊ້ເວລານັດຫມາຍຫລາຍຄັ້ງ ຂຶ້ນກັບສະພາບແຂ້ວ ແລະ ຈຳນວນແຂ້ວທີໃສ່ທົດແທນ
    1. ກວດພາບເອັສເຣຊ່ອງປາກ ກໍ້ແຕ່ງແຂ້ວບາງຕຳແຫນ່ງ ແລະພິມປາກເພື່ອເຮັດຖານແຂ້ວປອມ
    2. ລອງຖານແຂ້ວປອມໃຫ້ພໍດີກັບແຂ້ວ ແລະ ເຫງືອກ
    3. ໃສ່ແຂ້ວປອມ
    4. ກວດເຊັກຫລັງຈາກການໃຊ້ງານແລ້ວ ( ອາດມີຂັ້ນຕອນການຮັກສາອື່ນໆ ແລ້ວແຕ່ລະກໍລະນີ)

ແຂ້ວປອມຊະນິດຖອດໄດ້ທັງປາກ

                  ແຂ້ວປອມຊະນິດນີ້ໃຊ້ໃນກໍລະນີບໍ່ມີແຂ້ວເຫລືອເລີຍໃນແຕລະຂາກັນໄກເພື່ອຊ່ວຍໃຫ້ສາມາດຄ້ຽວອາຫານໄດ້ແລະໃຊ້ຊີວິດປະຈຳວັນໄດ້ຕາມປົກກະຕິ

ການນັດຫມາຍການຮັກສາ

    1. ພິມປາກເພື່ອເຮັດຖານພິມປາລະອຽດ
    2. ພິມປາລະອຽດເພື່ອຜະລິຖານແຂ້ວປອມ
    3. ລອງກັດສົບແຂ້ວ
    4. ລອງໃຫ້ເຂົ້າກັບຮູບຊົງໃບຫນ້າ
    5. ໃສແຂ້ວປອມຖອດໄດ້ທັງປາກ
    6. ກວດເຊັກຫລັງຈາກນຳໄປໃຊ້ງານ

ໄລຍະເວລາໃນການເຮັດແຂ້ວປອມ

            ການເຮັດແຂ້ວປອມໃຊ້ໄລຍະເວລາໃນການເຮັດອຸປະກອນປະມານ 1-2- ອາທິດ

ອາຍຸການໃຊ້ງານຂອງແຂ້ວປອມ

            ແຂ້ວປອມແບບຖອດໄດ້ມີອາຍຸການໃຊ້ງານປະມານ 5-10 ປີ ຂຶ້ນກັນການດູແລຮັກສາ

ການດູແລຮັກສາ

    • ທຳຄວາມສະອາດແຂ້ວປອມ ໂດຍໃຊ້ແປງສຳລັບແຂ້ວປອມຂົ້ນນຸ່ມໃຊ້ນ້ຳສະບູແລ້ວລ້າງອອກດ້ວຍນ້ຳສະອາດ
    • ບໍ່ວນແຊ່ແຂ້ວປອມໃນນຳ້ຮ້ອນ ເພາະແຂ້ວປອມອາດປ່ຽນຮູບທາງເກີດການຫົດຕົວ ຫລື ບິດບ້ຽວ
    • ຄວນຖອດແຂ້ວປອມອອກມາແຊ່ນ້ຳກ່ອນນອນທຸກຄັ້ງ ເພື່ອໃຫ້ ຊ່ອງປາກໄດ້ພັກຈາກການກົດທັບ
    • ​ພົບທັນຕະແພດທຸກໆ 6 ເດືອນ

ຄຳຖາມທີ່ພົບຕະຫຼອດ

ໃສ່ແຂ້ວປອມດັດແຂ້ວໄດ້ບໍ່?
 ສາມາດດັດແຂ້ວໄດ້ໃນກໍລະນີທີ່ໃສ່ແຂ້ວປອມຊະນິດຕິດຫນ້ນ ເຊັ່ນ​ ການຄອບແຂ້ວ ແລະການເຮັດສະພານແຂ້ວ ແນະນຳໃຫ້ປືກສາທັນຕະແພດກ່ອນເລິ່ມວ່າງແຜນການດັດແຂ້ວ
ເລືອກແຂ້ວປອມແບບໃດດີ?
ແຂ້ວປອມມີຍູ່ຫຼາຍຊະນິດຂື້ນຍູ່ກັບບັນຫາສະພາບແຂ້ວຂອງແຕ່ລະບຸກຄົນ ຄວນປືກສາກັບທັນຕະແພດຜູ້ທີາມີຄວາມຊ່ຽວຊານແລະມີປະສົບການໂດຍກົງ ເພື່ອໃຫ້ໄດ້ຮັບການຮັກສາທີມີປະສິດທິພາບ
ແຂ້ວປອມເຮັດໄດ້ສະເພາະຄົນອາຍຸຫຼາຍແລ້ວແມ່ນບໍ່?
ຫຼາຍຄົນເຊື່ອວ່າແຂ້ວປອມເປັນການຮັກສາສະເພາະຄົນໄຂ້ທີ່ມີອາຍຸຫຼາຍແລ້ວເທົ່ານັ້ນ ແຕ່ຄວາມເປັນຈິງແລ້ວສາມາດເຮັດແຂ້ວປອມໄດ້ຕັ້ງແຕ່ແຂ້ວແທ້ຂື້ນ ເນື່ອງຈາກອາດເກິດອຸບັດຕິເຫດເຮັດໃຫ້ແຂ້ວແຕກ ຫຼືມີຄວາມຈຳເປັນທີ່ຕ້ອງຖອນແຂ້ວອອກເປັນຕົ້ນ