
ການດັດແຂ້ວແບບໂລຫະ
ການດັດແຂ້ວແບບໂລຫະ ເປັນການດັດແຂ້ວທີ່ໄດ້ຮັບຄວາມນິຍົມຍ່າງແຜ່ຫຼາຍ ໂດຍປະຈຸບັນໄດ້ມີການພັດທະນາຂະໜາດຂອງວັດສະດຸທີ່ໃຊ້ໃຫ້ມີຂະນາດນ້ອຍລົງ ມີປະສິດທິພາບສູງຂື້ນ ແລະໃຫ້ຄວາມຮູ້ສືກສະດວກສະບາຍເພິ່ມຫຼາຍຂື້ນ ໂດຍມີຂໍ້ດີຄືສາມາດໃຊ້ໃນການດັດແຂ້ວໄດ້ໃນທຸກຮູປແບບ ໃນລາຄາທີ່ຍອນເຍົາກ່ວາແບບອື່ນໆ ລວມໄປເຖິງສີສັນຂອງຢາງທີ່ມີໃຫ້ເລືອກໃຊ້ໄດ້ຫຼາກຫຼາຍອີກພ້ອມ |
![]() |
ບັນຫາແຂ້ວທີ່ເໝາະກັບການດັດແຂ້ວແບບໂລຫະ |
ສາເຫດເກິດຈາກ : ການຈະເລີນເຕີບໃຫຍ່ຜິດປົກກະຕິຍ່າງຕໍ່ເນື່ອງຂອງກະດູກຂາກັນໄກ ແລະຄວາມແຕກຕ່າງຂອງຂະນາດແຂ້ວ ເມື່ອມີແຂ້ວສູນເສຍໄປອາດກໍ່ໃຫ້ເກິດການເຄື່ອນທີ່ຂອງແຂ້ວເຫຼັ່ມອື່ນທີ່ຍູ່ຂ້າງຄຽງມີຊ່ອງວ່າງທີ່ແຂ້ວສູນເສຍບັນຫາທີ່ຕາມມາ : ເກິດຊ່ອງວ່າງລະຫວ່າງແຂ້ວ ອາດນຳໄປສູ່ບັນຫາເລື່ອງໂລກເຫງືອກ (ເນື່ອງຈາກບໍ່ມີແຂ້ວປ້ອງກັນ)ເກິດຮ່ອງລລືກປະລິທັນ ແລະມີຄວາມສຽ່ງຂອງໂລກປະລິທັນຫຼາຍຂື້ນ ບາງເທື່ອອາດມີບັນຫາເລື່ອງການສົບກັດແລະຄຽ້ວອາຫານໄດ້ບໍ່ດີ ໂດຍບັນຫາແຂ້ວຫ່າງສາມາດແກ້ໄຂໄດ້ໂດຍການດັດແຂ້ວ |
ສາເຫດເກິດຈາກ : ເກິດເນື່ອງຈາກບໍ່ມີເນື້ອທີ່ພຽງພໍໃນຂາກັນໄກທີ່ຈະເຮັດໃຫ້ແຂ້ວລຽງຕົວໄດ້ຍ່າງພໍດີແບບປົກກະຕິ ອາດເພາະຂາກັນໄກນ້ອຍເກີນໄປ ແຂ້ວມີການເຄື່ອນມາໂຮມກັນ ຈົນກະທັງບໍ່ມີພື້ນທີ່ພຽງພໍໃຫ້ເຄື່ອນຍົກເວັ້ນຂື້ນຫຼືລົງບັນຫາທີ່ຕາມມາ : ເມື່ອຖືກປະໄວ້ດົນບໍ່ໄດ້ຮັບການຮັກສາ ການເກິດແຂ້ວຊ້ອນບິດຈະຮຸນແຮງຍິ່ງຂື້ນຕາມເວລາຊື່ງການຊ້ອນບິດຂອງແຂ້ວະສົ່ງຜົນເຮັດໃຫ້ມີການສະສົມຂອງຄາບຈຸລິນຊີ ແຂ້ວແມ້ງ ແລະເພິ່ມໂອກາດການເປັນໂລກເຫງືອກອັກເສບຕາມມາ ການຮັກສາແຂ້ວຊ້ອນບິດມັກຕ້ອງຖອນແຂ້ວຮ່ວມກັບການດັດແຂ້ວ ເພື່ອໃຫ້ແຂ້ວຍູ່ໃນຕຳແນ່ງທີ່ຖືກຕ້ອງ |
ສາເຫດເກິດຈາກ :ເກິດຂຶ້ນເມື່ອຂາກັນໄກດ້ານເທິງແລະລຸ່ມບໍ່ຍູ່ໃນຕຳແນ່ງທີ່ຖືກຕ້ອງ ເຮັດໃຫ້ແຂ້ວບົນໜື່ງເຫຼັ່ມຫຼືຫລຍກ່ວາ ແຂ້ວດ້ານລຸ່ມ ໂດຍເກິດຂື້ນໄດ້ທັງທາງໜ້າແລະດ້ານຂ້າງຂອງຊ່ອງປາກບັນຫາທີ່ຕາມມາ : ເຮັດໃຫ້ເກິດແຂ້ວຫ້ຽນແລະເຈີ່ງຜິດປົກກະຕິ ບັນຫາດ້ານການບົດຄ້ຽວລວມຖືງບັນຫາໂລກເຫງືອກແລະປະລິທັນ |
ສາເຫດເກີດຈາກເກີດ : ຂຶ້ນເມື່ອແຈ້ວດ້ານລຸ່ມຍື່ນອອກຫລາຍກ່ວາດ້ານເທິງມັນເກີດຈາກການຂະຫຍາຍຕົວຂອງກັນໄກດ້ານເທິງຫນ້ອຍການເຕີບໂຕຂອງຂາກັນໄກດ້ານລຸ່ມ ຫລື ທັງສອງຢ່າງຮ່ວມກັນ ນອກອາດເກີດຈາກການສູນເສຍແຂ້ງດ້ານເທິງເຊິ່ງສົ່ງຜົນຕໍ່ການທຳງານຂອງແຂ້ວຫນ້າ ແບບແຂ້ວກາມບັນຫາທີຕາມມາ : ເຮັດໃຫ້ເກີດການເສິກຂອງແຂ້ວຕາມມາກໍໃຫ້ເກີດບັນຫາ ແລະ ອາການປວດຂໍ້ຕໍ່ກະດູກຂາກັນໄກ |
ສາເຫດເກີດຈາກເກີດ : ແຂ້ວດ້ານເທິງກັດຄອບແຂ້ວເບື່ອງລຸ່ມໂດຍມີໄລຍະທີເຫັນຊັດເຈນລະຫວ່າງປາຍແຂ້ວເທິງ ແລະ ລຸ່ມຂະນະສົບເຕັມທີ່ບັນຫາທີຕາມມາ : ລະສະນະສົບແຂ້ວແບບນີ້ອາດເຮັດໃຫ້ອັນຕະລາຍຢູ່ດ້ານໃນໄດ້ນອກຈາກນີ້ຍັງເຮັດໃຫ້ຜິດຮູບຮີບປາກດັນໄປທາງຫນ້າ ບາງຄັ້ງບໍ່ສາມາດເຮັດໃຫ້ຮີບປາກປິດໄດ້ສົມບູນກໍລະນີການສົບຢ່າງຮຸ່ນແຮງໃນບາງຄົນອາເສຍກະດູຢູ່ເບົາແຂ້ວ ເຮັດໃຫ້ຮູ້ສຶກບໍສະບາຍອາດມີແຂ້ວຫນ້າເສິກຫລາຍ ສາເຫດຂອງແຂ້ວພິກເປັນໄດ້ທັງພັນທຸກຳ ແລະ ພຶດຕິກຳໃນການໃຊ້ແຂ້ວ ແລະ ອະໄວຍະວະຊ່ອງປາກ ຫລື ການພັດທະນາຫລາຍເກີດໄປຂອງກະດູກຮອບໆ ສົ່ງຜົນຕໍ່ໂລກເຫງືອກ ແລະ ການບິ່ນ ຫລື ແຕກຂອງແຂ້ວຫນ້າ |
ສາເຫດເກີດຈາກເກີດ : เຜູ້ທີມີບັນຫາຈາກກະໂລກົວ ສົ່ງຜົນຕໍ່ຄວາມສູງຂອງໃບຫນ້າທີ່ຜິດປົກກະຕິ ເຊັ່ນຫນ້າຍາວ ຫນ້າສັນ ແຂ້ວເທິງຍື່ນ ຮີມປາກມີແຮງຫລາຍກວ່າປົກກະຕິເປັນຕົ້ນບັນຫາທີຕາມມາ : ລະສະນະສົບແຂ້ວແບບນີ້ອາດເຮັດໃຫ້ອັນຕະລາຍຢູ່ດ້ານໃນໄດ້ນອກຈາກນີ້ຍັງເຮັດໃຫ້ຜິດຮູບຮີບປາກດັນໄປທາງຫນ້າ ບາງຄັ້ງບໍ່ສາມາດເຮັດໃຫ້ຮີບປາກປິດໄດ້ສົມບູນກໍລະນີການສົບຢ່າງຮຸ່ນແຮງໃນບາງຄົນອາເສຍກະດູຢູ່ເບົາແຂ້ວ ເຮັດໃຫ້ຮູ້ສຶກບໍສະບາຍອາດມີແຂ້ວຫນ້າເສິກຫລາຍ ສາເຫດຂອງແຂ້ວພິກເປັນໄດ້ທັງພັນທຸກຳ ແລະ ພຶດຕິກຳໃນການໃຊ້ແຂ້ວ ແລະ ອະໄວຍະວະຊ່ອງປາກ ຫລື ການພັດທະນາຫລາຍເກີດໄປຂອງກະດູກຮອບໆ ສົ່ງຜົນຕໍ່ໂລກເຫງືອກ ແລະ ການບິ່ນ ຫລື ແຕກຂອງແຂ້ວຫນ້າ |
ສາເຫດເກີດຈາກເກີດ : ເປັນລັກສະນະການສົບແຂ້ວຫນ້າດ້ານລຸ່ມແລະເທິງບໍ່ສົມກັນບັນຫາທີຕາມມາ : ເມື່ອມີການກັດແຂ້ວລົງມາສົ່ງຜົນໃຫ້ແຂ້ວຫລັງຕ້ອງຮັບແຮງຫລາຍກວ່າປົກກະຕິຈາກການກັດ ແລະ ຄ້ຽວ |
ສາເຫດເກີດຈາກເກີດ : ຜູ້ທີມີບັນຫາຈາກກະໂລກົວ ສົ່ງຜົນຕໍ່ຄວາມສູງຂອງໃບຫນ້າທີ່ຜິດປົກກະຕິ ເຊັ່ນຫນ້າຍາວ ຫນ້າສັນ ແຂ້ວເທິງຍື່ນ ຮີມປາກມີແຮງຫລາຍກວ່າປົກກະຕິເປັນຕົ້ນບັນຫາທີຕາມມາ : ຈຳເປັນຕ້ອງໄດ້ຮັກສາໄວທີ່ສຸດເມື່ອໄດ້ຮັບຜົນກວດພົບ ໂດຍສະເພາະໃນຊ່ວງຊຸດແຂ້ວປະສົມໄລຍະຕົ້ນ (Early mixed dentition) ເຊິ່ງຈະຮັກສາດ້ວຍການດັດແຂ້ວຮ່ວມກັບການຜ່າຕັດຂາກັນໄກ ເຮັດໃຫ້ສາມາດຮັບປັບປຸ່ງລັກສະນະໃບຫນ້າດັ່ງກ່າວໄດ້ |
|
ຂັ້ນຕອນການຮັກສາ |
1. ແພດກວດວິນິໄສບັນຫາ ຊ່ອງປາກ ຄວາມສົມດູນຂອງໃບຫນ້າ ແລະຂາກັນໄກວ່າສາມາດດັດແຂ້ວແບບໂລຫະໄດ້ບໍ່
![]() |
2. ເອັກ-ເຣ ແຂ້ວ ພິມແຂ້ວເພື່ອໃຫ້ທັນຕະແພດກວດເບິ່ງເຖິງຄວາມຜິດປົກກະຕິຂອງກະດູກ ແລະ ແຂ້ວໄດ້ຊັດເຈນຖືກຕ້ອງ ລວມປໄເຖິງການຍື່ນຂອງແຂ້ວແລະແຂ້ວດ້ານລຸ່ມພ້ອມນຳ
![]() |
3. ທັນຕະແພດວາງແຜນໃນການຮັກສາແລະດັດແຂ້ວໃຫ້ກັບຄົນໄຂ້ ຊື່ງເປັນຂັ້ນຕອນການເຄຍຊ່ອງປາກ ບາງຄົນອາດຈະຕ້ອງຖອນແຂ້ວ ອຸດແຂ້ວ ຂູດຫີນປູນ ຂື້ນຍູ່ກັບສະພາບແຂ້ວຂອງແຕ່ລະຄົນ
![]() |
4. ທັນຕະແພດຈະຕິດເຄື່ອງມືດັດແຂ້ວໃຫ້ຄົນໄຂ້ ແລະນັດມາປັບເຄື່ອງມືເດືອນລະ 1 ຄັ້ງ
![]() |
5. ເມືອດັດແຂ້ວເສັດແລ້ວ ຄົນໄຂ້ຕ້ອງມີການໃສ່ເຄື່ອງມືຄົງສະພາບແຂ້ວ ຫຼື ລີເທນເນີ ຕາມຄຳແນະນຳຂອງທັນຕະແພດ
![]() |
ລະຍະເວລາການຮັກສາ |
ການດັດແຂ້ວແບບໂລຫະໃຊ້ລະຍະເວລາ 1-3 ປີຂຶ້ນໄປ ຂື້ນຍູ່ກັບສະພາບແຂ້ວຂອງແຕ່ລະບຸກຄົນ
|
ອາຍຸການໃຊ້ງານຂອງການດັດແຂ້ວແບບໂລຫະ |
ການດັດແຂ້ວແບບໂລຫະສາມາດຄົງສະພາບແຂ້ວໃຫ້ລຽງງາມໄດ້ໂດຍການດູແລຮັກສາ ແລະການໃສ່ລີເທນເນີ
|
ຜົນຮັບຂອງການດັດແຂ້ວແບບໂລຫະ |
|
ການດູແລຮັກສາ |
|
![]() |
ຄຳຖາມທີ່ພົບຕະຫຼອດ |
ເປັນຫຍັງຕ້ອງພົບທັນຕະແພດທຸກເດືອນ?ການດັດແຂ້ວແບບໂລຫະ ເປັນການດັດແຂ້ວທີ່ຕ້ອງມີການປັບເຄື່ອງມື້ ທຸກໆ ເດືອນ ຊື່ງທັນຕະແພດຈະດູຄວາມປ່ຽນແປງຂອງຕຳແໜ່ງແຂ້ວ ພ້ອມທັງວາງແຜນການຮັກສາຂັ້ນຕໍ່ໄປ ມີການປ່ຽນຍ່າງດັດແຂ້ວ (O-ring) ມີການປ່ຽນລວດ ປ່ຽນຕຳແໜ່ງເຄື່ອງມື ໃສ່ເຄື່ອງມືເພິ່ມເຕິມ ແລະອື່ນໆ ຊື່ງທັງໝົດຕ້ອງໃຊ້ການຄິດວິເຄາະແລະປະສົບການຂອງທັນຕະແພດ
ດັດແຂ້ວແບບໂລຫະເຈັບບໍ່?ແນ່ນອນວ່າການດັດແຂ້ວແບບໂລຫະເມື່ອມີການຕິດຫຼືປບເຄື່ອງມືໃໝ່ອາດເຮັດໃຫ້ມີອາການເຈັບ ຊຶ່ງມີອາການເຈັບມາກຫຼືນ້ອຍນັ້ນຂື້ນຍູ່ກັບຄົນໄຂ້ແຕ່ລະບຸກຄົນ ອາການນີ້ຈະຫາຍພາຍໃນ 3-5 ວັນ ແນະນຳໃຫ້ຮັບປະທານອາຫານອ່ອນໆ ຫຼືຫຼີກລ້ຽງການຮັບປະທານອາຫານທີ່ມີລັກສະນະແຂງ ໜຽວ ຫຼືຍ້ຳຍາກຈົນເກິນໄປ
ຫຼັງດັດແຂ້ວແລ້ວແຂ້ວຈະຄົົງສະພາບຕະຫຼອດຊິວິດຫຼືບໍ່?ຫຼັງຈາກການດັດແຂ້ວແລ້ວຕ້ອງໃສ່ເຄື່ອງມືຄົງສະພາບເເຂ້ວ ຫຼືທີເອີ້ນວ່າ ລີເທນເນີ (Retainers) ເພື່ອຄົງສະພາບແຂ້ວ ເພາະຫຼັງຈາກດັດແຂ້ວແລ້ວ ແຂ້ວຈະມີແນວໂນ້ມເຄື່ອນກັບໄປສູ່ຕຳແໜ່ງເດີມກ່ອນການດັດແຂ້ວ ເພື່ອປັບສະພາບການຮຽງຕົວຂອງແຂ້ວໃໝສທີ່ເກິດຂື້ນຫຼັງດັດແຂ້ວແລ້ວ ລະຍະເວລາໃນການໃສ່ລີເທນເນີຂອງແຕ່ລະຄົນອາດຈະແຕກຕ່າງກັນອອກໄປ ຂື້ນຍູ່ກັບດຸນພິນິດຂອງທັນຕະແພດ
ເຫຼັກດັດແຂ້ວທິ້ມກະພຸງແກ້ມເຮັດແນວໃດດີ?ເຫຼັກດັດແຂ້ວຈິມກະພຸ່ງແກ້ມ ຫຼືມີອາການລະຄາຍເຄືອງບໍລິເວນຊ່ອງປາກ ແນະນຳໃຫ້ໃຊ້ຂີ້ເຜິ່ງໃນການລົດອາການດັ່ງກາວ ໂດຍການປັ້ນເປັນກ້ອນນ້ອຍໆ ແລ້ວແປະທັບໄປທີ່ລວດຫຼືເຄື່ອງມືທີ່ແຫຼມຄົມ ແຕ່ຖ້າປາຍລວດຍາວອອກມາມາກ ຫຼືປາຍລວດຫຼຸດອອກມາຈາກເຫຼັກດັດແຂ້ວ ໃຫ້ໄປພົບທັນຕະແພດເພື່ອທຳການຮັດສາທັນທີ
ການດັດແຂ້ວແບບໂລຫະເຮັດໃຫ້ເວົ້າບໍ່ຊັດຫຼືນ້ຳລາຍໄຫຼເປັນຍ່ອນຫຍັງ?ສາເຫດທີ່ເຮັດໃຫ້ຜູ້ທີ່ດັດແຂ້ວແບບໂລຫະເວົ້າບໍ່ແຈ້ງ ນ້ຳລາຍໄຫຼ ເກິດຈາກການທີ່ຄົນໄຂ້ຍັງບໍ່ຊີນເຄີຍກັັບອຸປະກອນດັດແຂ້ວ ເຮັດໃຫ້ຂັດຂວາງການອອກສຽງ ຫຼືປິດປາກໄດ້ບໍ່ສະນິດ ຊື່ງອາການເຫຼົ່ານີ້ຈະຄ່ອຍໆ ຫາຍໄປ ຫຼັງຈສກທີ່ຮ່າງກາຍປັບໂຕໄດ້ຈະໃຊ້ເວລາມສກຫຼືນ້ອຍນັ້ນຍູ່ກັບການປັບໂຕຂອງແຕ່ລະບຸກຄົນ |