
ການຜ່າແຂ້ວຊາວ
ການລົກແຂ້ວແມ່ນຫຍັງ?
ການລົກແຂ້ວແມ່ນການເອົາແຂ້ວອອກຈາກເບົ້າກະດູກຄາງກະໄຕ. ເຊິ່ງຖືວ່າເປັນການສັນຍາກຳປາກຂັ້ນພື້ນຖານແລະມີລະດັບຄວາມຫຍຸ້ງຍາກແຕກຕ່າງກັນໄປ
ສາເຫດທີ່ຕ້ອງລົກແຂ້ວ
-
ແຂ້ວແມງຫຼາຍ ຫຼື ມີອາການຕິດເຊື້ອລຸກລາມ
-
ແຂ້ວທີ່ກີດຂວາງການເຕີບໃຫຍ່ຂອງແຂ້ວອື່ນໆ
-
ພະຍາດໂລກເຫງືອກຮຸນແຮງ, ເຊິ່ງມີຜົນກະທົບຕໍ່ເນື້ອເຍື່ອອ່ອນແລະກະດູກທີ່ອ້ອມຮອບແຂ້ວເຫຼັ້ມນັ້ນ
-
ແຂ້ວທີ່ຕ້ອງລົກເພື່ອໃຊ້ພື້ນທີ່ສຳລັບການຈັດແຂ້ວ
-
ມີຮອຍແຕກລ້າວທີ່ບໍ່ສາມາດບູລະນະໄດ້
-
ແຂ້ວຊາວທີ່ບໍ່ສາມາດຂື້ນມາໃໝ່ໃນຊ່ອງປາກໄດ້
-
ແຂ້ວລະຫວ່າງຮ້ອຍແຕກຫັກຂງກະດູກຄາງກະໄຕ
-
ການໄດ້ຮັບລັງສີການຮັກສາຢູ່ບໍລິເວນຫົວແລະລຳຄໍ ມັນອາດຈະມີຄວາມຈຳເປັນທີ່ລົກແຂ້ວໃນບໍລິເວນທີ່ໄດ້ຮັບການປິ່ນປົວດ້ວຍລັງສີ
ຂັ້ນຕອນການລົກແຂ້ວ
-
X-ray ເພື່ອເບິ່ງລັກສະນະຂອງແຂ້ວ ແລະ ຮາກແຂ້ວທີ່ຢູ່ພາາຍໃນກະດູກຄາງກະໄຕ ເພື່ອວາງແຜນການຮັກສາກ່ອນການລົກແຂ້ວ
-
ທ່ານຫມໍຈະໃຊ້ຢາຊາສັກສະເພາະທີ່ /ຢາສະລົບ (ຂື້ນຢູ່ກັບກໍລະນີການຮັກສາ)
-
ທ່ານໝໍຈະລົກແຂ້ວອອກ
-
ຫຼັງຈາກການລົກແຂ້ວແລ້ວ, ທ່ານໝໍຈະໃຫ້ກັດຜ໊າກ໊ອດທີ່ຜ່ານການຂ້າເຊື້ອ
ໄລຍະເວລາຂອງການລົກແຂ້ວ
ການລົກແຂ້ວໃຊ້ເວລາປະມານ 1 ຊົ່ວໂມງຂື້ນກັບຄວາມຫຍຸ້ງຍາກຂອງແຕ່ລະເຄດ
ການເບິ່ງແຍງຫຼັງການລົກແຂ້ວ
-
ແນະ ນຳໃຫ້ກັດຜ້າກ໊ອດໄວ້ຫຼັງການລົກແຂ້ວປະມານ 30-60 ນາທີ ຫຼື ຈົນກວ່າເລືອຈະຢຸດໄຫລ
-
ຄວນກິນອາຫານທີ່ອ່ອນໆໃນໄລຍະເວລາທຳອິດ
-
ຄວນນອນ ໝອນ ສູງ ສຳ ລັບຫົວຈະສູງກວ່າຮ່າງກາຍເພື້ອ ປ້ອງກັນການມີເລືອດອອກຈາກບາດແຜ
-
ຢ່າໃຊ້ລີ້ນເພື່ອດັນຫລືດູດເອົາບາດຫຼີ້ນ. ຈະເຮັດໃຫ້ເລືອດບໍ່ຢຸດໄຫລ
-
ຫລີກລ້ຽງການດື່ມເຫຼົ້າແລະສູບຢາ. ເພາະມັນຈະເຮັດໃຫ້ບາດແຜຫາຍດີຊ້າ
-
ຢ່າຖູແຂ້ວຫຼືບ້ວນປາກແຮງພາຍໃນ 24 ຊົ່ວໂມງຫຼັງຈາກການລົກແຂ້ວເພາະຈະເຮັດໃຫ້ເລືອດບໍ່ຢຸດໄຫລ
-
ກິນຢາແກ້ປວດຕາມການແນະ ນຳ ຂອງທ່ານໝໍ ແລະໃຊ້ເຈວປະຄົບ ປະມານ 15-30 ນາທີເພື່ອຫຼຸດຜ່ອນ
-
ອາການເຈັບປວດແລະອາການໃຄ່ບວມ
ການເຊົາຂອງບາດຫຼັງການລົກແຂ້ວ
-
ພາຍຫຼັງຈາກການລົກແຂ້ວແລ້ວ ເລືອດໃນເບົ້າແຂ້ວຈະເລີ່ມກ້າມເປັນເກັດເລືອດ
-
ມີເຫງືອກເຂົ້າມາປົກຄຸ້ມໃນຂະນະຂອງການເກີດການບວມການເຊົາຂອງບາດແຜ
-
ເມື່ອພິຈາລະນາເຂົ້າໄປໃນບາດລົກແຂ້ວ ກັດເລືອດທີ່ຢູ່ເຕັມເບົ້າແຂ້ວຮັບເລີ່ມປ່ຽນເປັນເນື້ອເຍື້ອແລະກະດູກ.
ຄໍາຖາມທີ່ຖືກຖາມເລື້ອຍໆ
ການລົກແຂ້ວເຈັບບໍ?
ການລົກແຂ້ວນັ້ນຫຼີກລ້ຽງອາການເຈັບປວດບໍ່ໄດ້ບໍ່ ແຕ່ທ່ານໝໍອາດຈະໃຊ້ຢາຊາ ຫຼື ຢາສະລົບ ກ່ອນທີ່ຈະລົກແຂ້ວເພື່ອບັນເທົາອາການເຈັບ ແລະ ຢາບັນເທົາອາການເຈັບຫລັງການລົກແຂ້ວ
ພະຍາດປະຈຳຕົວທີ່ຄວນລະວັງໃນການລົກແຂ້ວ?
-
ໂລກເບົາຫວານ (Diabetes)
-
ຄວາມດັນເລືອດສູງ (High Blood Pressure)
-
ໂລກຫົວໃຈທຸກຊະນິດ ( Cardiovascular/Heaet Disease )