Oral-Surgery-sub-lao-01

ການຜ່າແຂ້ວຊາວ

ການລົກແຂ້ວແມ່ນຫຍັງ?

ການລົກແຂ້ວແມ່ນການເອົາແຂ້ວອອກຈາກເບົ້າກະດູກຄາງກະໄຕ. ເຊິ່ງຖືວ່າເປັນການສັນຍາກຳປາກຂັ້ນພື້ນຖານແລະມີລະດັບຄວາມຫຍຸ້ງຍາກແຕກຕ່າງກັນໄປ

ສາເຫດທີ່ຕ້ອງລົກແຂ້ວ

  • ແຂ້ວແມງຫຼາຍ ຫຼື ມີອາການຕິດເຊື້ອລຸກລາມ
  • ແຂ້ວທີ່ກີດຂວາງການເຕີບໃຫຍ່ຂອງແຂ້ວອື່ນໆ
  • ພະຍາດໂລກເຫງືອກຮຸນແຮງ, ເຊິ່ງມີຜົນກະທົບຕໍ່ເນື້ອເຍື່ອອ່ອນແລະກະດູກທີ່ອ້ອມຮອບແຂ້ວເຫຼັ້ມນັ້ນ
  • ແຂ້ວທີ່ຕ້ອງລົກເພື່ອໃຊ້ພື້ນທີ່ສຳລັບການຈັດແຂ້ວ
  • ມີຮອຍແຕກລ້າວທີ່ບໍ່ສາມາດບູລະນະໄດ້
  • ແຂ້ວຊາວທີ່ບໍ່ສາມາດຂື້ນມາໃໝ່ໃນຊ່ອງປາກໄດ້
  • ແຂ້ວລະຫວ່າງຮ້ອຍແຕກຫັກຂງກະດູກຄາງກະໄຕ
  • ການໄດ້ຮັບລັງສີການຮັກສາຢູ່ບໍລິເວນຫົວແລະລຳຄໍ ມັນອາດຈະມີຄວາມຈຳເປັນທີ່ລົກແຂ້ວໃນບໍລິເວນທີ່ໄດ້ຮັບການປິ່ນປົວດ້ວຍລັງສີ

ຂັ້ນຕອນການລົກແຂ້ວ

  1. X-ray ເພື່ອເບິ່ງລັກສະນະຂອງແຂ້ວ ແລະ ຮາກແຂ້ວທີ່ຢູ່ພາາຍໃນກະດູກຄາງກະໄຕ ເພື່ອວາງແຜນການຮັກສາກ່ອນການລົກແຂ້ວ
  2. ທ່ານຫມໍຈະໃຊ້ຢາຊາສັກສະເພາະທີ່ /ຢາສະລົບ  (ຂື້ນຢູ່ກັບກໍລະນີການຮັກສາ)
  3. ທ່ານໝໍຈະລົກແຂ້ວອອກ
  4. ຫຼັງຈາກການລົກແຂ້ວແລ້ວ, ທ່ານໝໍຈະໃຫ້ກັດຜ໊າກ໊ອດທີ່ຜ່ານການຂ້າເຊື້ອ

ໄລຍະເວລາຂອງການລົກແຂ້ວ

ການລົກແຂ້ວໃຊ້ເວລາປະມານ 1 ຊົ່ວໂມງຂື້ນກັບຄວາມຫຍຸ້ງຍາກຂອງແຕ່ລະເຄດ

ການເບິ່ງແຍງຫຼັງການລົກແຂ້ວ

  • ແນະ ນຳໃຫ້ກັດຜ້າກ໊ອດໄວ້ຫຼັງການລົກແຂ້ວປະມານ 30-60 ນາທີ ຫຼື ຈົນກວ່າເລືອຈະຢຸດໄຫລ
  • ຄວນກິນອາຫານທີ່ອ່ອນໆໃນໄລຍະເວລາທຳອິດ
  • ຄວນນອນ ໝອນ ສູງ ສຳ ລັບຫົວຈະສູງກວ່າຮ່າງກາຍເພື້ອ ປ້ອງກັນການມີເລືອດອອກຈາກບາດແຜ
  • ຢ່າໃຊ້ລີ້ນເພື່ອດັນຫລືດູດເອົາບາດຫຼີ້ນ. ຈະເຮັດໃຫ້ເລືອດບໍ່ຢຸດໄຫລ
  • ຫລີກລ້ຽງການດື່ມເຫຼົ້າແລະສູບຢາ. ເພາະມັນຈະເຮັດໃຫ້ບາດແຜຫາຍດີຊ້າ
  • ຢ່າຖູແຂ້ວຫຼືບ້ວນປາກແຮງພາຍໃນ 24 ຊົ່ວໂມງຫຼັງຈາກການລົກແຂ້ວເພາະຈະເຮັດໃຫ້ເລືອດບໍ່ຢຸດໄຫລ
  • ກິນຢາແກ້ປວດຕາມການແນະ ນຳ ຂອງທ່ານໝໍ ແລະໃຊ້ເຈວປະຄົບ ປະມານ 15-30 ນາທີເພື່ອຫຼຸດຜ່ອນ
  • ອາການເຈັບປວດແລະອາການໃຄ່ບວມ

 ການເຊົາຂອງບາດຫຼັງການລົກແຂ້ວ

  1. ພາຍຫຼັງຈາກການລົກແຂ້ວແລ້ວ ເລືອດໃນເບົ້າແຂ້ວຈະເລີ່ມກ້າມເປັນເກັດເລືອດ
  2. ມີເຫງືອກເຂົ້າມາປົກຄຸ້ມໃນຂະນະຂອງການເກີດການບວມການເຊົາຂອງບາດແຜ
  3. ເມື່ອພິຈາລະນາເຂົ້າໄປໃນບາດລົກແຂ້ວ ກັດເລືອດທີ່ຢູ່ເຕັມເບົ້າແຂ້ວຮັບເລີ່ມປ່ຽນເປັນເນື້ອເຍື້ອແລະກະດູກ.

 

ຄໍາ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ

ການລົກແຂ້ວເຈັບບໍ?
ການລົກແຂ້ວນັ້ນຫຼີກລ້ຽງອາການເຈັບປວດບໍ່ໄດ້ບໍ່ ແຕ່ທ່ານໝໍອາດຈະໃຊ້ຢາຊາ ຫຼື ຢາສະລົບ ກ່ອນທີ່ຈະລົກແຂ້ວເພື່ອບັນເທົາອາການເຈັບ  ແລະ ຢາບັນເທົາອາການເຈັບຫລັງການລົກແຂ້ວ
ພະຍາດປະຈຳຕົວທີ່ຄວນລະວັງໃນການລົກແຂ້ວ?
  • ໂລກເບົາຫວານ (Diabetes)
  • ຄວາມ​ດັນ​ເລືອດ​ສູງ (High Blood Pressure)
  • ໂລກຫົວໃຈທຸກຊະນິດ ( Cardiovascular/Heaet Disease )
ຄວນແຈ້ງທ່ານໝໍກ່ອນທຸກຄັ້ງ ເພາະວ່າແຕ່ລະພະຍາດຈະມີຂໍ້ຄວນລະວັງ ກົດລະບຽບແມ່ນແຕກຕ່າງກັນເພື່ອຄວາມປອດໄພຂອງຄົນເຈັບ.