
MENUMENU
ທັນຕະກຳບົດຄ້ຽວ
ທັນຕະກຳບົດຄ້ຽວແມ່ນການປິ່ນປົວການບົດຄ້ຽວທີ່ຜິດປົກກະຕິ ເຊິ່ງມີຜົນກະທົບຕໍ່ກ້າມຊີ້ນ ແລະ ຂໍ້ຕໍ່ຂອງກະດູກຄາງກະໄຕ ສ່ວນສາເຫດທີ່ພົບຫຼາຍທີ່ສຸດແມ່ນການນອນກັດແຂ້ວ ( Bruxism)
![]() |
ອາການການນອນກັດແຂ້ວ (Bruxism)
ການນອນກັດແຂ້ວເປັນການກັດແຂ້ວໃນຂະນະທີ່ນອນ ບາງຄົນຈະມີສຽງການກັດແຂ້ວຂ້ອນຂ້າງສຽງດັງໆໃນຂະນະທີ່ນອນ ແລະ ມີກຳລັງແຮງກັດຫຼາຍໃນຂະນະທີ່ມີສະຕິ. ສົ່ງຜົນໃຫ້ເກີດບັນຫາກ່ຽວກັບແຂ້ວສືກ, ແຂ້ວແຕກ ຫຼື ເກີດມີການຜິດປົກກະຕິຂອງກ້າມເນື້ອແລະຂໍ້ຕໍ່ຄາງກະໄຕ