
ການສັນຍາກຳຄາງກະໄຕ
ການສັນຍາກຳຄາງກະໄຕແມ່ນຫຍັງ?
ການສັນຍາກຳຄາງກະໄຕ ຫຼື ການຜ່າຕັດຄາງກະໄຕ ຖືກນຳໃຊ້ເພື່ອແກ້ໄຂບັນຫາເມື່ອປັບຕຳແໜ່ງຂອງກະດູກຄາງກະໄຕສ່ວນໃຫຍ່ ການຜ່າຕັດຄາງກະໄຕຈະເຮັດຮ່ວມກັບການຈັດແຂ້ວ ເຊິ່ງທ່ານໝໍຈັດແຂ້ວ ແລະ ທ່ານໝໍສັນຍາກຳຜ່າຕັດຄາງກະໄຕຕ້ອງເຮັດວຽກຮ່ວມກັນ ເພື່ອໃຫ້ໄດ້ຜົນຮັບຂອງການປິ່ນປົວທີ່ດີທີ່ສຸດຫຼັງຈາກການຜ່າຕັດ ທັງກ່ຽວກັບຄວາມງາມແລະ ການເຮັດໜ້າທີ່ຂອງແຂ້ວ
![]() |
ລັກສະນະຜິດປົກກະຕິຂອງໃບໜ້າແລະຄາງກະໄຕ
-
ຄາງກະໄຕເທິງຍື້ນ: ເກີດຈາກການຈະເລີນເຕີບໂຕຂອງຄາງກະໄຕເທິງນ້ອຍກ່ວາປົກກະຕິ ເຊິ່ງມັກຈະພົບເຫັນໃນກໍລະນີປາກແ;ວ່ງເພດານໂຫວ່ໃນຂະນະທີ່ອາຍຸຍັງນ້ອຍຈະມີຜົນເຮັດໃຫ້ເຕີບໃຫຍ່ຂອງກະດູກຄາງກະໄຕເທິງຈຳກັດ.
-
ຄາງກະໄຕເທິງແມ່ນຢູ່ທາງຫລັງກ່ວາປົກກະຕິปกติ : เกิดจากมีการเจริญเติบโตของขากรรไกรบนน้อยกว่าปกติ ซึ่งมักพบได้ในกรณีปากแหว่งเพดานโหว่ หลังจากที่มีการผ่าตัดรักษาปากแหว่งหรือเพดานโหว่ ในขณะที่อายุยังน้อยมีผลทำให้การเจริญเติบโตของกระดูกขากรรไกรบนถูกจำกัด
-
ຄາງກະໄຕລຸ່ມຍື້ນ : เເກີດຂື້ນໃນຄົນທີ່ມີການຂະຫຍາຍຕົວຂອງຄາງກະໄຕລຸ່ມຫຼາຍເປັນພິເສດ, ສົ່ງຜົນໃຫ້ເກີດຄາງກະໄຕລຸ່ມຍື້ນຍາວ ໃບໜ້າຈື່ງເບິ່ງແລ້ວຄືຍາວຫຼາຍ ແລະ ແຂ້ວລຸ່ມຍື້ນມາທາງດ້າຍໜ້າ ປົກກະຕິແລ້ວເວລາກັດແຂ້ວ ແຂ້ວລຸ່ມຈະຢູ່ດ້ານໃນກວ່າແຂ້ວເທິ່ງ ຂະນະທີ່ຄົນມີຄາງກະໄຕລຸ່ມຍາວມັກພົບວ່າແຂ້ວລຸ່ມຈະຍື້ນອອກມາຫຼາຍກວ່າແຂ້ວເທິ່ງ
-
ຄາງກະໄຕລຸ່ມຢູ່ທາງຫລັງກ່ວາປົກກະຕິ : ໃນຂະນະທີ່ມີການພັດທະນາຜິດປົກກະຕິຍ້ອນປັດໃຈຕ່າງໆ
ທາງກຳມະພັນຈື່ງເປັນຜົນໃຫ້ມີຄາງກະໄຕຂະ ໜາດນ້ອຍ ເບິ່ງຄ້າຍຄືໃບ ໜ້າ ຂອງນົກ. "Bird Face" ເຮັດໃຫ້ການພັດທະນາຮູບຊົງຂອງຄາງບໍ່ເໝາະ ສົມ.
ຂັ້ນຕອນການສັນຍາກຳຄາງກະໄຕ
-
ການກວດປະເມີນຜົນ : ທ່ານໝໍປະຕິບັດການປະເມີນຜົນໃນເບື້ອງຕົ້ນ, ໄດ້ແກ່ລັກສະນະໃບໜ້າ, ພາບຖ່າຍ, ພາບຖ່າຍລັງສີ ຮອຍພິມແຂ້ວ ແລະການກວດສຸຂະພາບທາງການແພດ . ເພື່ອປ້ອງກັນບັນຫາສຸຂະພາບທີ່ອາດຈະສົ່ງຜົນກະທົບຕໍ່ການຜ່າຕັດຫຼືອາການດົມຍາສະລົບ
-
ການກຽມຕົວກ່ອນການຜ່າຕັດ : ຈັດແຂ້ວເພື່ອກຽມລັກສະນະຂອງການສົບແຂ້ວ ເພື່ອການຜ່າຕັດ
-
ການຜ່າຕັດແລະການເບິ່ງແຍງຫລັງການຜ່າຕັດ : ຕ້ອງໄດ້ເຂົ້າພັກໃນໂຮງໝໍໜື່ງມື້ກ່ອນການຜ່າຕັດເພື່ອງົດນໍ້າ, ອາຫານ ແລະ ເພື່ອການກະກຽມເພື່ອການຜ່າຕັດໃນມື້ຕໍ່ມາ ໃນມື້ຂອງການຜ່າຕັດ, ຈະມີການໃຊ້ການດົມຢາສະລົບ, ເຊິ່ງເຮັດຢູ່ໃນໂຮງໝໍ ແລະ ຕ້ອງມີການພັັກຟື້ນຢູ່ໂຮງໝໍ ເປັນເວລາ 1-3 ວັນ, ອາດຈະມີການໃຫ້ເລືອດໃນຂະນະທີ່ກຳລັງຜ່າຕັດເຊັ່ນດຽວກັນ.
-
ການຮັກສາຫຼັງຈາກການຜ່າຕັດ : ການຈັດແຂ້ວພາາຍຫຼັງຈາກການຜ່າຕັດເພື່ອປັບການສົບແຂ້ວໄລຍະສົມບູນ
ໄລຍະເວລາຂອງສັນຍາກຳຄາງກະໄຕ
ການສັນຍາກຳຄາງກະໄຕຈະໃຊ້ເວລາຕັ້ງແຕ່ 1,5 ຊົ່ວໂມງ ຈົນເຖິງຫລາຍຊົ່ວໂມງ ຂື້ນກັບປະເພດຂອງການຜ່າຕັດມັກຈະເຮັດໃຈຊ່ອງປາກເພື່ອບໍ່ເຫັນຮອຍແປ້ວທາງນອກ
ການເບິ່ງແຍງຫລັງການຜ່າຕັດຄາງກະໄຕ
-
ປະຕິບັດຕາມຄຳແນະນຳ ຂອງທ່ານໝໍຢ່າງເຂັ້ມງວດ
-
ຮັກສາສຸຂະພາບຊ່ອງປາກໂດຍການຖູແຂ້ວຂອງທ່ານດ້ວຍແປງຖູແຂ້ວທີ່ອ່ອນນຸ້ມແລະໃຊ້ນ້ຳຢາບ້ວນຮ່ວມດ້ວຍເພື່ອຫຼຸດຜ່ອນການຕິດເຊື້ອແລະອາການແຊກຊ້ອນອື່ນໆ
-
ຄວນກິນອາຫານແຫຼວໃນລະຫວ່າງ 2-4 ອາທິດ
ຄໍາຖາມທີ່ຖືກຖາມເລື້ອຍໆ
ເປັນຫຍັງຕ້ອງມີການຈັດແຂ້ວຮ່ວມກັບການຜ່າຕັດຄາງກະໄຕ?
ເນື່ອງຈາກການຜ່າຕັດຄາງກະໄຕແມ່ນການຜ່າຕັດທີ່ຊ່ວຍແກ້ໄຂບັນຫາໃນເລື່ອງຂອງການປັບໃຫຫ້ຄາງກະໄຕຢູ່ໃນຕຳແໜ່ງທີ່ຖືກຕ້ອງ ບໍ່ສາມາດຊ່ວຍໃນການຈັດແຂ້ວ ຫຼື ຕຳແໜ່ງຂອງແຂ້ວທີ່ຖືກຕ້ອງ ເພາະສະນັ້ນຈື່ງຈຳເປັນຕ້ອງໃຫ້ມີການຈັດແຂ້ວຮ່ວມດ້ວຍ
ວິທີແກ້ໄຂອາການໃຄ່ບວມຫຼັງຈາກການຜ່າຕັດຄາງກະໄຕ?
ອາການບວມຫຼັງຈາກການຜ່າຕັດສາມາດແກ້ໄຂໄດ້ດັ່ງຕໍ່ໄປນີ້
-
ກິນຢາເພື່ອລົດອາການບວມ
-
ໃຊ້ການປະຄົບເຢັນປະມານ 3-5 ມື້ທຳອິດຫຼັງຈາກຜ່າຕັດ ຫຼັງຈາກນັ້ນ, ປ່ຽນເປັນປະຄົບຮ້ອນ / ອຸ່ນອີກ 3 ວັນຫຼືເຮັດຕາມຄຳແນະນຳຂອງທ່ານໝໍ
-
ຄວນນອນ, ຍົກຫົວຂື້ນປະມານ 30 ອົງສາ, ປະມານ 2 ອາທິດ