
ຂັ້ນຕອນໃນການຮັກສາ

STEP1 ປຶກສາສຳລັບການດັດແຂ້ວແບບໃສອິນວິສລາຍ (Consultation)
ພົບກັບທັນຕະແພດເພື່ອຮັບຄຳປືກສາສຳລັບການດັດແຂ້ວແບບໃສອິນວິສລາຍ
STEP 2 ເກັບຂໍ້ມູນແລະກວດສຸກຂະພານແຂ້ວ (Invisalign Submission)
ຫຼັງຈາກຕັດສິນໃຈເຂົ້າຮັບການຮັກສາທາງທັນຕະກຳດັດແຂ້ວແບບໃສອິນວິສລາຍແລ້ວ
ຂັ້ນຕອນຕໍ່ໄປເປັນການເກັບຂໍ້ມູນຂອງຄົນໄຂ້ກ່ອນເລີ້ມການຮັກສາແລະກວດສະພາບແຂ້ວ
STEP 3 ກຽມແຂ້ວສຳລັບການດັດແຂ້ວແບບໃສອິນວິສລາຍ( Tootn Preparation)
ເປັນຂັ້ນຕອນການຕຽມແຂ້ວສຳລັບການຮັກສາ ແລະສະແກນແຂ້ວສາມມິຕິ ດ້ວຍ iTero Element ເພື່ອສົ່ງຂໍ້ມູນໄປທາງແລັບທີ່ປະເທດ ສະຫະລັດອາເມລິກາ
STEP 4 ຮັບເຄື່ອງມືດັດແຂ້ວຊຸດທຳອິດ (Receive the first aligners)
ຂັ້ນຕອນນີ້ຈະຕ້ອງມີການຕິດປຸ່ມເທິງແຂ້ວ (Attachment) ກ່ອນທີ່ຈະຮັບເຄື່ອງມືດັດແຂ້ວຊຸດທຳອິດລວມເຖິງເບິ່ງແຜນການຮັກສາເປັນວິດີໂອສາມມິຕິ (Clincheck) ທີ່ຖືກອອກແບບໂດຍທັນຕະແພດໂດຍປົກກະຕິທັນຕະແພດຈະນັດທຸກໆ 2 ເດືອນ ເພື່ອກວດ ແລະ ຮັບເຄື່ອງມືດັດແຂ້ວຊຸດຕໍ່ໆໄປ
STEP 5 ການເຮັດເຄື່ອງມືຄົງສະພາບແຂ້ວ (Vivera Retalnet)ເມື່ອຈົບຂະບວນການດັດແຂ້ວແບບ ໃສແລ້ວ ຄວນ ໃສ່ເຄື່ອງມືຄົງສະພາບແຂ້ວເພື່ອຄົງສະພາບຮູບແບບແຂ້ວເອົາໄວ້ບໍ່ໃຫ້ເຄື່ອນຫຼືປຽ່ນທິດທາງຈາກເດີມຊື່ງເຄື່ອງມືຄົງສະພາບແຂ້ວນີ້ຜະລິດໂດຍບໍລິສັດອິນວິສລາຍ ມີຊື່ເອິ້ນວ່າ Viverara Retainer
ໄລຍະເວລາໃນການຮັກສາ
ການຈັດແຂ້ວແບບໃສ Invisalign .ໃຊ້ໄລຍະເວລາ 7 ອາທິດ - 2 ປີ ຂຶ້ນຢູ່ກັບສະພາບແຂ້ວແຕ່ລະບຸກຄົນ
ຂໍ້ດີຂອງການດັດແຂ້ວແບບໃສ Invisalign
-
ເສີມສ້າງບຸກຄະລິກກະພາບ ສ້າງຄວາມຫມັ່ນໃຈໃຫ້ກັບຜູ້ທີ່ສວມໃສ່ ເນື່ອງຈາກມີລັກສະນະເປັນພະລາສຕິກໃສ ເຮັດໃຫ້ແທບເບິ່ງບໍ່ເຫັນອຸປະກອນການດັດແຂ້ວ
-
ຄວາມເຈັບ ຫນ້ອຍກ່ວາ ເນື່ອງຈາກໃຊ້ແຮ້ງນ້ອຍໃນການເຄື່ອນແຂ້ວເຮັດໃຫ້ບໍເປັນອັນຕະລາຍຕໍ່ຮາກແຂ້ວ
-
ບໍ່ລະຄາຍເຄືອງເຫງືອກ ແລະ ກະພຸ່ງແກ້ມ
-
ສາມາດຮັບປະທານອາຫານ ແລະ ທຳຄວາມສະອາດ ໄດ້ເປັນປົກກະຕິເພາະ Invisalign ສາມາດຖອດອອກມາໄດ້ ຫລຸດການເກີດຄາບຫີນປູນ ຫລື ກໍໃຫ້ເກີດແຂ້ວແມ້ງໄດ້
ຂໍ້ຄວນລະວັງໃນການຈັດແຂ້ວແບບໃສ Invisalign
-
ຄວນຖອດອຸປະກອນ Invisalign ອອກ ເມື່ອຮັບປະທານອາຫານເພາະອາຫານຈະເຮັດໃຫ້ເກີດຄາບ ແລະ ເຮັດໃຫ້ເຄື່ອງມືປ່ຍນສີໄດ້
-
ຄວນເກັບເຄື່ອງມືໄວໃນກ໊ອງ Invisalign ຕະຫລອດ ເພື່ອເປັນການຮັກສາຄວາມສະອາດ ແລະ ເປັນການຊ່ວຍເຮັດໃຫ້ບໍ່ລືມງ່າຍອີກດ້ວຍ
-
ຄວນໃສເຄື່ອງມືມື້ລະ 20-22 ຊົ່ວໂມງ ເພື່ອຜົນຮັບທີດີ ບໍ່ຄວນລືມໃສເນື່ອງຈາກແຂ້ວຈະບໍ່ເຄື່ອນໄປຕາມແຜນການຮັກສາ
-
ບໍ່ຄວນດືມເຄື່ອງດືມທີມີຄວາມຮ້ອນຈົນເກີນໄປ ໃນຂະນະທີໃສ່ເຄື່ອງມື ເພາະອາດເຮັດໃຫ້ Invisalign ເກີດການບິດບ້ຽວໄດ້
-
ຖ້າຕ້ອງການສູບຢາແນະນຳໃຫ້ຖອດເຄື່ອງມື Invisalign ອອກກ່ອນເນື່ອງຈາກຈະເຮັດໃຫ້ Invisalign ປ່ຽນສີ ຫລື ມີຄາບໄດ້