General-dentistry-main01-lao

ການຂູດຫີນປູນແລະການຂັດແຂ້ວ

ເປັນຫຍັງທ່ານຕ້ອງຂູດຫີນປູນ ແລະຂັດແຂ້ວ

ການຂູດຫີນປູນ ແລະຂັດແຂ້ວ
ແມ່ນການກຳຈັດຄາບທີ່ເກີດຈາກການສະສົມຂອງຄາບແບັກທີເຣຍຈົນເຮັດໃຫ້ມີການກໍຕົວເປັນຄາບທີ່ມີລັກສະນະແຂງ ແລະ ຫຍາບ ທີ່ເອີ້ນວ່າ "ຫີນນໍ້າລາຍຫຼືຫີນປູນ" ເຊິ່ງບໍ່ສາມາດເອົາອອກໄດ້ໂດຍການຖູແຂ້ວ
ຖ້າຫາກບໍ່ເອົາຄາບຫີນປູນອອກ, ຄາບກໍ່ຈະກໍຕົວຫລາຍຂື້ນກວ່າເກົ່າຈະຂື້ນບໍລິເວນຮອບໆແຂ້ວ ແລະ ບໍລິເວນໃຕ້ເຫືອກ. ອາດຈະເຮັດໃຫ້ລູກລາມແລະເກີດບັນຫາກ່ຽວກັບສຸຂະພາບຂອງເຫງືອກ, ແຂ້ວແມງ, ແຂ້ວເຫລືອງ, ມີກີ່ນປາກຫລືເຮັດໃຫ້ສູນເສຍແຂ້ວໄດ້

ຂັ້ນຕອນການຂູດຫີນປູນ ແລະຂັດແຂ້ວ

  • ທ່ານໝໍກວດສຸຂະພາບທາງປາກເພື່ອເບິ່ງວ່າມີຫີນປູນຫຼາຍນ້ອຍເທົ່າໃດ.
  • ທ່ານໝໍໃຊ້ເຄື່ອງມືກຳຈັດຄາບຫີນປູນດ້ວຍຄວາມສັ່ນສະເທືອນຄວາມຖີ່ສູງ. ເຮັດໃຫ້ຫີນປູນຫລູດອອກ
  • ທ່ານໝໍເຮັດຄວາມສະອາດແຂ້ວ

 

ໄລຍະເວລາຂອງການຂູດຫີນປູນ ແລະຂັດແຂ້ວ

ການຂູດຫີນປູນແລະຂັດແຂ້ວແມ່ນໃຊ້ເວລາປະມານ 1 ຊົ່ວໂມງ, ຂື້ນກັບຈຳນວນຂອງຄາບຫີນປູນ.

 

ອາຍູການໃຊ້ງານການຂູດຫີນປູນແລະການຂັດແຂ້ວ

ເນື່ອງຈາກຄາບແບັກທີເຣຍມີການສະສົມຢູ່ຕະຫລອດເວລາ ດັ່ງນັ້ນຈື່ງມີການແນະນຳໃຫ້ຂູດຫີນປູນ ແລະ ການຄັດແຂ້ວທຸກໆ 6 ເດືອນ

 

ການເບິ່ງແຍງຫລັງຈາກຂູດຫີນປູນ

  • ຖູແຂ້ວຂອງທ່ານດ້ວຍຢາຖູແຂ້ວທີ່ມີສ່ວນປະສົມຂອງຟູອໍລາຍຢ່າງໜ້ອຍ 2 ຄັ້ງຕໍ່ມື້.
  • ແນະນຳໃຫ້ຫຼີກລ່ຽງອາຫານສົ້ມ ຫວານແລະເຢັນຈັດ ເນື່ອງຈາກອາດຈະມີອາການສ້ຽວແຂ້ວໄດ້
  • ໃຊ້ໄຫມຂັດແຂ້ວ ແລະນ້ຳຢາບ້ວນປາກເປັນປະຈຳ.
  • ເຊົາສູບຢາເພາະວ່າການວິິໃຈພົບວ່າຄົນສູບຢາມີຫີນປູນໃນຊ່ອງປາກໄວກວ່າ ຜູ້ທີ່ບໍ່ສູບຢາ.
  • ໄປພົບໝໍທຸກໆ 6 ເດືອນເພື່ອກວດສູຂະພາບຊ່ອງປາກ ແລະ ຂູດຫີນປູນ

 

ຄໍາຖາມທີ່ຖືກຖາມເລື່ອຍໆ

 

ໃຜແດ່ຄວາມລະມັດລະວັງໃນການຂູດຫີນປູນ ແລະ ຂັດແຂ້ວ?
A: ຜູ້ທີ່ຕ້ອງລະວັງເລື່ອງການຂູດຫີນປູນ ແລະ ການຂັດຟັນໄດ້ແກ່
  • ຄົນເຈັບທີ່ໂລກປະຈຳຕົວ ເຊັ່ນໂລກເບົາຫວານ, ຄວາມດັນເລືອດ, ໂລກຕັບ, ໂລກຫົວໃຈ ແລະ ໂລກທີ່ກ່ຽວກັບການແຂງຕົວຂອງເລືອດ ຄວນຢູ່ພາຍໃຕ້ການເບີ່ງແຍງຂອງທ່ານໝໍຢ່າງໃກ້ຊິດ.
    ເນື່ອງຈາກອາດເກີດອາການແຊກຊ້ອນຈາກການຂູດຫີນປູນໄດ້
  • ຜູ້ໃສ່ເຄື່ອງກະຕູ້ນເຄື່ອງຫົວໃຈ ບໍ່ຄວນຂູດຫີນປູນດ້ວຍເຄື່ອງຂູດຫີນປູນໄຟຟ້າ ເນື່ອງຈາກວ່າເຄື່ອງຂູດຫີນປູນໄຟຟ້າຈະໄປລົບກວນການເຮັດວຽກຂອງເຄື່ອງກະຕຸ້ນຫົວໃຈ ອາດເຮັດໃຫ້ເກີດພາວະຫົວໃຈເຕັ້ນຜິດປົກກະຕິໄດ້ ດັ່ງນັ້ນຫາກຕ້ອງການຂູດຫີນປູນແທ້ໆ
    ຈະຕ້ອງຂູດຫີນປູນໂດຍໃຊ້ເຄື່ອງມືຂູດຫີນປູນເທົ່ານັ້ນ

 

ການຂູດຫີປູນແລ້ວສ້ຽວແຂ້ວເປັນເລື່ອງປົກກະຕິບໍ?
ການຂູດຫີປູນອາດມີອາການສ້ຽວແຂ້ວເກີດຂື້ນໄດ້ປົກກະຕິ ແຕ່ມີອາການສ້ຽວແຂ້ວພຽງໜ້ອຍໜື່ງ ຫາກສ້ຽວແຂ້ວຫຼາຍທ່ານໝໍອາດພິຈາລະນາໃສ່ຢາຊາສະເພາະທີ່ສຳລັບອາການສ້ຽວແຂ້ວຈາກການຂູດຫີນປູນທີ່ຫຸ້ມຮາກແຂ້ວຢູ່ຈະຖືກກຳຈັດອອກໄປເຮັດໃຫ້ບໍ່ມີຫຍັງມາປິດຫູ້ມເນື້ອແຂ້ວໄວ້ ຈື່ງສົ່ງຜົນໃຫ້ປະສາດຮັບຮູ້ເກີດຄວາມຮູ້ສືກເຈັບປວດຫຼືສ້ຽວແຂ້ວໄດ້

 

ຂູດຫີນປູນດ້ວຍຕົນເອງໄດ້ບໍ ?
ແນະນຳຫວາຢ່າຂູດຫີນປູນດ້ວຍຕົນເອງເປັນອັນຂາດ
ເພາະນອກຈາກຈະເອົາຄາບຫົນປູນອອກຈາກແຂ້ວບໍ່ໄດ້ແລ້ວ ອາດເຮັດໃຫ້ເກີດການບາດເຈັບ ເກີດແຜ່ໃນຊ່ອງປາກ ຫຼືເຫືອກອັກເສບ,ບວມໄດ້
ດັ່ງນັ້ນຖ້າຕ້ອງການນຳຄາບຫີນປູນອອກຄວນໃຫ້ທ່ານໝໍໃຊ້ເຄື່ອງມືໂດຍສະເພາະໃນການຂູດຫີນປູນເທົ່ານັ້ນ