General-dentistry-main-lao

ທັນຕະແພດທົ່ວໄປ

ທ່ານໝໍທົ່ວໄປ ແມ່ນການບໍລິການກ່ຽວກັບການກວດທາງປາກ ການຖ່າຍຮູບ x-ray ການໃຫ້ຄຳປຶກສາພ້ອມວ່າງແຜນການຮັກສາເພື່ອໃຫ້ການຮັກສາເປັນໄປຢ່າງຖືກຕ້ອງແລະມີປະສິດທິພາບສູງສຸດ ເຊິ່ງປະກອບດ້ວຍ
  • ການບົ່ງມະຕິພະຍາດແຂ້ວ ແມ່ນບາດກ້າວທຳອິດຂອງການຮັກສາເພື່ອຊ່ວຍວາງແຜນການຮັກສາທີ່ຖືກຕ້ອງແລະເຮັດໃຫ້ການຮັກສາມີປະສິດຕິພາບໃນບາງກໍລະນີ, ມັນອາດຈະມີຄວາມຈຳເປັນຕ້ອງໄດ້ຖ່າຍພາບ X-ray ແລະການພິມປາກເພື່ອຊ່ວຍໃນການວາງແຜນການຮັກສາ.

 

  • ການຂຼດຫີນປູນ ແລະຂັດແຂ້ວ ແມ່ນວິທີການໃນການກຳຈັດຄາບຫີນປູນທີ່ເກາະຢູ່ຕາມບໍລິເວນແຂ້ວແລະຊ່ອງຫວ່າງຂອງແຂ້ວ ແລະ ໝໍຈະຄັດແຂ້ວດ້ວຍຜົງຄັດຟູອໍລາຍ ເພື່ອກຳຈັດຄາບ, ສີຈາກອາຫານທີ່ຕິດຢູ່ເທິງເນື້ອແຂ້ວອີກເທື່ອຫນື່ງ

 

  • ການອັດແຂ້ວ ແມ່ນການບູລະນະແຂ້ວທີ່ຖືກທຳລາຍຈາກແຂ້ວແມງໃຫ້ກັບມາເຮັດໜ້າທີ່ໄດ້ປົກກະຕິແລະມີຮູບຮ່າງຄືເກົ່າ ໃນຂະນະດຽວກັນຍັງຊ່ວຍໃນການປ້ອງກັນບໍ່ໃຫ້ແຂ້ວແມງ ເພີ່ມຂື້ນອີກດ້ວຍ