endodontics-lao

ການຮັກສາຮາກແຂ້ວ

ເປັນຫຍັງຕ້ອງຮັກສາຮາກແຂ້ວ?

ການຮັກສາຮາກແຂ້ວ ຄືການກຳຈັດຈຸລິນຊີທີຢູ່ໃນໂຜ່ງປະສາດແຂ້ວ ທີເປັນສາເຫດກໍ່ໃຫ້ເກີດການຕຕິດເຊື້ອ ການອັກເສບຂອງໂຜ່ງເນື້ອເຍື່ອໃນໂຜງປະສາດແຂ້ວ ເຊິ່ງເປັນວິທີການທີບໍ່ຕ້ອງຖອນແຂ້ວ ສາມາດຮັກສາແຂ້ວໄວ້ໄດ້

ສາເຫດທີຕ້ອງຮັກສາຮາກແຂ້ວ?

  • ແຂ້ວແມ້ງເປັນດຸມໃຫ່ຍ ແລະ ທະລຸຮອດໂຜ່ງປະສາດແຂ້ວ
  • ແຂ້ວແຕກ ຈາກການກະທົບກະແທກຈົນທະລຸຮອດໂຜ່ງປະສາດແຂ້ວ
  • ບັນຫາພຶດຕິກຳທີຄ້ຽວອາຫານທີແຮງ
  • ນອນກັກແຂ້ວແຮງ
  • ບັນຫາໂລກເຫງືອກ

ລັກສະນະອາການບົງບອກເຖິງບັນຫາຮາກແຂ້ວ

  • ມີອາການສຽ່ວແຂ້ວເມື່ອດືມ ເຄື່ອງດືມຮ້ອນ ຫລື ເຢັນ
  • ມີອາການເຈັບເມືອຄ້ຽວ ຫລື ກັດອາຫານ
  • ມີອາການແຂ້ວຄອນ ແລະ ໂຍ້ງໄປມາ
  • ມີຫນອງໄຫລອອກຈາກແຂ້ວທີຕິດເຊື້ອ
ຖ້າມີອາການດັງກ່າວຖືວ່າເປັນສັນຍານເຕືອນສັນຍານເຕືອນການເກີດບັນຫາຮາກແຂ້ວ ແນະນຳໃຫ້ປຶກສາແພດ

ປະເພດຂອງການຮັກສາຮາກແຂ້ວ

  1. ການຮັກສາຮາກແຂ້ວດ້ວຍວິທີປົກກະຕິ
  2. ການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery)

ການຮັກສາຮາກແຂ້ວດ້ວຍວິທີປົກກະຕິ

          ເປັນການຮັກສາຮາກແຂ້ວພາຍໃນຊ່ອງຮາກແຂ້ວເພື່ອກຳຈັດເນື້ອເຍື່ອທີມີບັນຫາ ແລະ ແບັດທີເຣຍ

ຂັ້ນຕອນການຮັກສາດ້ວຍວິທີປົກກະຕິ

ການນັດຫມາຍຄັ້ງທຳອິດ
  • ທັນຕະແພດຈະເຮັດການເຈາະເປີດໂຜ່ງປະສາດແຂ້ວເພື່ອຕັດເນື້ອເຍື່ອທີຕິດເຊື້ອອອກ
  • ທັນຕະແພດຈະທຳຄວາມສະອາດຊ່ອງຮາກແຂ້ວຈົນເຖິງຮາກຍາວຂອງຮາກແຂ້ວແຕ່ບໍ່ເກີນປາຍຮາກ ແລະ ໃສຢາລົງໃນຊ່ອງຮາກແຂ້ວ
ການນັດຄັ້ງທີສອງ
  • ແພດຈະເອົາວັດສະດຸຊົ່ວຄາວອອກ ແລະ ລ້າງຢ່າທີໃສໄວ້ໃນຊ່ອງຮາກແຂ້ວ ຈາກນັ້ນຈິງອຸດປິດຊ່ອງຮາກແຂ້ວໃນບາງກໍລະນີ ອາດມີການປ່ຽນຢາໃນຊ່ອງຮາກແຂ້ວ ແລະ ທຳຄວາມສະອາຫລາຍຄັ້ງ ຈົນກ່ວາການຕິດເຊື້ອ ແລະ ການອັກເສບຊິຫມົດໄປ

ຜົນຂອງການຮັກສາຮາກແຂ້ວດ້ວຍວິທີປົກກະຕິ

  1. ບັນເທົາອາການ ແລະ ຫລຸດຄວາມສ່ຽງໃນການຕິດເຊື້ອ
  2. ປ້ອງກັນບໍ່ໃຫ້ເຊືອໂລກຊຶມເຂົ້າໄປເຖິງຊ່ອງຮາກແຂ້ວ
  3. ສາມາດຮັກສາແຂ້ວເຫລັ້ມນັ້ນໄດ້ໂດຍບໍ່ຕ້ອງຖອນ

ການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery)

ຈະເລືອກໃຊ້ກໍລະນີການຮັກສາແຂ້ວດ້ວຍວິທີປົກກະຕິບໍ່ໄດ້ຜົນ ຫລື ບໍ່ສາມາດເຮັດການຮັກສາຊ່ອງແຂ້ວຊຳ້ກັນໄດ້ ເຊັ່ນ ມີຄອບແຂ້ວ ແລະ ເລືອຍ ແຂ້ວຂະຫນານໃຫຍ່ ໂດຍວິທີນີ້ຈະຜ່າຕັດເຂົ້າທີຕຳແນ່ງປາຍປະສາດຮາກແຂ້ວທີ່ເປັນ ໜອງ ແລະ ເຮັດຄວາມສະອາດຕັດປາຍຮາກແຂ້ວອອກບາງສ່ວນ

ຂັ້ນຕອນການຮັກສາຮາກແຂ້ວດ້ວຍວິທີການຜ່າຕັດປາຍຮາກແຂ້ວ ( Endodontic Surgery)

 

 

  • ການຕັດປາຍອອກບາງສ່ວນ ຫລື ວັດສະດຸອຸດຊ່ອງແຂ້ວອອກ ແລະ ທຳຄວາມສະອາດປາຍຮາກແຂ້ວ
  • ອຸດດ້ວຍວັດສະດຸຍ້ອນເຂົ້າໄປທາງປາຍຮາກທີທຳຄວາມສະອາດ ແລະ ແລະ ຫຍິບເຫງືອກເພື່ອໃຫ້ເນືອເຍື່ອມີການຫາຍດີຢ່າງເໝາະສົມ

ໄລຍະເວລາໃນການຮັກສາຮາກແຂ້ວ

 ຕ້ອງຮັກສາຢ່າງຕໍ່ເນື່ອງເຊິ່ງໂດຍປົກກະຕິຈະໃຊ້ເວລາໃນການຮັກສາ 2-3 ຄັ້ງຂຶ້ນຢູ່ກັບບັນຫາຂອງແຂ້ວເຫລັ້ມນັ້ນໆ

ອາຍຸການໃຊ້ງານການຮັກສາຮາກແຂ້ວ

ການຮັກສາຮາກແຂ້ວສາມາດຢູ່ໄດ້ດົນ ແຕ່ຈຳເປັນຕ້ອງມີການດູແລຮັກສາສຸຂະພາບສະມຳສະເໝີ

ການດູແລຮັກສາ ຫລັງການຮັກສາຮາກແຂ້ວ

  • ບໍ່ຄວນກັດ ຫລື ຄ້ຽວອາຫານທີ ແຂ້ງດ້ວຍແຂ້ວເຫລັມທີຮັກສາຮາກແຂ້ວ
  • ຮັດສາຄວາມສະອາດດ້ວຍການສີແຂ້ວ ແລະ ໃຊ້ໄຫມຂັດຟັນເປັນປະຈຳ
  • ພົບຫມໍແຂ້ວທຸກທ 6 ເດືອນ

ຄຳຖາມທີ່ພົບເຫັນຕະຫອດ

 
ບໍ່ຄວນຮັກສາຮາກແຂ້ວ ຖອນແຂ້ວດີກວ່າບໍ່ ?
ການຖອນແຂ້ວໄປເລີຍອາດສົ່ງຜົນຕໍສຸຂະພາບຊ່ອງປາກ ແລະ ແຂ້ວ ອາດເຮັດໃຫ້ແຂ້ວລົ້ມ, ເກ້ ໂລກເຫືງອກ, ການບົດຄ້ຽວອາຫານ ແລະ ອື່ນໆ ເຊິ່ງການຖອນແຂ້ວກໍຄວນໃສແທນແຂ້ວທີ່ຖອນໄປ
 
ເປັນແຂ້ວທີຕາຍໄປຈຶ່ງຕ້ອງໄດ້ຮັກສາຮາກ?
ເພາະເປັນແຂ້ວທີ່ບໍ່ມີເລືອກໄປລໍລ້ຽງໂຜ່ງປະສາດແຂ້ວເຮັດໃຫ້ເຊວຕ່າງທ ໃນແຂ້ວຕາຍໄປ ຢຸດການເຮັດວຽກ ເຊິ່ງຄວນເຮັດການຮັກສາແຂ້ວກຳຈັດເນື້ອເຍື່ອທີ່ຕາຍແລ້ວ ແລະ ທຳຄວາມສະອາດຊ່ອງຮາກແຂ້ວ
 
ການຮັກສາຮາກແຂ້ວມີຂໍ້ຄວນລະວັງຫຍັງແດ່?
ເມື່ອມີອາການຕໍ່ໄປນີ້ຫລັງຈາກການເຮັດການຮັກສາຮາກແຂ້ວໃຫ້ຮີບໄປພົບຫມໍແຂ້ວ
  • ເກີດອາການບວມຂ້າງໃນ ຫລື ນອກຊ່ອງປາກຈົນສາດມາດເບິ່ງເຫັນໄດ້
  • ເກີດອາການແພ້ຢາ ເຊັນ ຄັນ ຜື່ນຕາມຮ່າງກາຍ
  • ອາການຄ້າຍເມື່ອຍແຕ່ຍັງບໍ່ໄດ້ຮັກສາຮາກແຂ້ວ ເຊັ່ນ: ຮູ້ສຶກວ່າການຄ້ຽວບໍ່ສະເໝີ ຫລື ແຂ້ວສົບກັນບໍ່ພໍດີ