Aesthetic-Dentistry-submenu-04

ການສັນຍະກຳຕັດແຕ່ງເຫງືອກ (ຕັດເຫງືອກ)

ການສັນຍະລະກຳຕົກແຕ່ງເຫງືອກໃຫ້ໄດ້ຮູບຮ່າງທີ່ເໝາະສົມແລະສວຍງາມກັບຮູບຊົຂອງແຂ້ວຫຼືເພື່ອໃຫ້ບູລະນະແຂ້ວຕໍ່ໄປໄດ້ ເມືອແຂ້ວມີຄວາມສົມດຸນຫຼາຍຂື້ນ ເຮັດໃຫ້ມີຮ່ອຍຍິມທີ່ງາມ ບຸກຄະລິກດີ ແລະມີຄວາມໝັ້ນໃຈຫຼາຍຍິ່ງຂື້ນ


ກໍລະນີທີ່ຄວນຕັດແຕ່ງເຫງືອກ

1ຄວາມສູງຂອງແຂ້ວບໍ່ພຽງພໍຕໍ່ການຍືດຕິດຂອງການຄອບແຂ້ວ ສະພານແຂ້ວ ຫຼືເຄືອບແຂ້ວທຽມ
2 ເຫງືອກທີ່ມີລັກສະນະສູງຕ່ຳບໍ່ເທົ່າກັນ ຫຼືເຫງືອກຍາວລົງມາຄຸມຕົວແຂ້ວຫຼາຍເກິ່ນໄປ

ຂັ້ນຕອນການຮັກສາ

1,ທັນຕະແພດຈະກວດແລະເຮັດການປະເມີນສະພາບແຂ້ວ ຈາກນັ້ນຈະກຳໜົດຈຸດທີເຫງືອກກ່ອນການຜ່າຕັດຮວມກັບການສັກຍາມືນ
2,ຕັດແຕ່ງເຫງືອກໃຫ້ໄດ້ຮູປຮ່າງທີ່ເໝາະສົມແລະສົມດຸນ ໃນບາງລາຍອາດມີການກໍ້ກະດູກໃຕ້ເຫງືອກເລັກນ້ອຍ
3,ຍິບບາດແຜເພື່ອໃຫ້ເຫງືອກຄົງທີ່ ທັນຕະແພດຈະໃຫ້ຄຳແນະນຳຫຼັງການຜ່າຕັດແລະນັດເພື່ອກວດບາດແຜ

ລະຍະເວລາການຕັດເຫງືອກ

ການຕັດແຕ່ງເຫງືອກໃຊ້ລະຍະເວລາປະມານ 1 ຊົ່ວໂມງ ຂື້ນຍູ່ແຕ່ຄວາມຍາກງ່າຍຂອງແຕ່ລະບຸກຄົນ

ອາຍຸການໃຊ້ງານການຕັດເຫງືອກ

ການຕັດແຕ່ງເຫງືອກເປັນການຮັກສາທີໃຫ້ຜົນຖາວອນ ພຽງແຕ່ຜູ້ຮັບການຮັກສາຕ້ອງດູແລຮັກສາສຸກຂະພາບເຫງືອກແລະແຂ້ວໃຫ້ຖືກຕ້ອງ

ການດູແລຫຼັງຈາກການຕັດແຕ່ງເຫງືອກ

1.ອາການປວດ ສາມາດໃຊ້ຍາແກ້ປວດໄດ້ຕາມທີ່ທັນຕະແພດຈ່າຍໃຫ້
2. ບໍ່ຄວນກີນອາຫານແຂງຫຼືລົດເຜັດຈັດຈົນເກິນໄປ ຈົນກົ່ວບາດຈະດີ
3. ຫາກພົບວ່າມີອາການຜິດປົກກະຕິ ຄວນແຈ້ງທັນຕະແພດທັນທີ
4. ພົບທັນຕະແພດເພື່ອກວດສຸກຂະພາບຊ່ອງປາກທຸກໆ 6 ເດືອນ

ຄຳຖາມທີໄດ້ພົບຕະຫລອດ

ຕັດເຫງືອກເຫມາະກັບໃຜແດ່?

• ຂອບເຫງືອກສູງ - ຕ່ຳ ບໍ່ສະເໝີກັນ
• ເຫງືອກລົງມາປົກຄຸ້ມແຂ້ວຫລາຍເກີນໄປ
• ແຂ້ວສັນເກີນໄປ
• ກະດູກຂາກັນໄກດ້ານເທິງຈະເລີນຜິດປົກກະຕິ

ຕັດເຫງືອກເຈັບບໍ່ ?

ການຕັດເຫງືອກເປັນການຮັກສາທີ່ໃຊ້ເວລາບໍ່ດົນ ຈະຮູ້ສຶກປວດຕອນສີຢາມຶນ ແລະ ຫລັງຈາກນັນຈະມີອາການບວມ 1-2 ມື້

ບໍ່ຕັດເຫງືອກເຮັດຫຍັງໄດ້ແດ່?

ສຳລັບບຸກຄົນທີມີບັນຫາຂາກັນໄກດ້ານເທິງເຈີງຜິດປົກກະຕິແຕ່ບໍ່ຢາກຕັດເຫງືອກກໍສາມາດແກ້ໄຂ້ດ້ວຍວິທີນີ້
• ການຜ່າຕັດຂາກັນໄກ
• ການສີດ Botulinum toxin ເພື່ອຫລຸດການທຳງານຂອງຮິມປາກເບື່ອງເທິງ