Aesthetic-Dentistry-submenu-03

ການເຮັດເຄືອບແຂ້ວທຽມດ້ວຍເຊລະມິກ (ວິເນຍ)

ການເຮັດເຄືອບແຂ້ວທ່ຽມຫຼືວີເນຍ ເປັນການຕິດແຜ່ນເຊລະມິກທີ່ມີຄວາມບາງ ແລະໃສບໍລິເວນຜິວດ້ານໜ້າຂອງແຂ້ວເພື່ອແກ້ໄຂບັນຫາຄວາມຜິດປົກກະຕິຂອງແຂ້ວ  ສາມາດປຽ່ນແຂ້ວມີ່ມີບັນຫາໃຫ້ມີສີແລະຮູປຮ່າງທີ່ສວຍງາມ ລວມທັງເພິ່ມຄວາມແຂງແຮງແລະທົນທານໃຫ້ແກ່ຜິວແຂ້ວອີກດ້ວຍ ການເຄືອບຜິວແຂ້ວຈື່ງເປັນການຮັກສາທີ່ເປັນທີ່ນິຍົມ

ລັກສະນະຂອງແຂ້ວທີເໝາະກັບການເຄືອບແຂ້ວທຽມ

      .​ແຂ້ວປ່ຽນສີ ແຂ້ວດຳຄ້ຳ ຫຼືສີແຂ້ວບໍ່ສະໝ່ຳສະເໝີ
      .​ແຂ້ວໜ້າທີ່ມີວັດສະດຸອຸດໃຫຍ່ຫຼືຫຼາຍບ່ອນ
      .​ແຂ້ວຫ້ຽນ ຫຼື ແຕກບິ່ນ
      .​ແຂ້ວລຽງຕົວບໍ່ງາມ
      .​ແຂ້ວທີ່ຮູປຮ່າງບໍ່ງາມ ຫຼື​ ຮູປຮ່າງຜິດປົກກະຕິ

ຂັ້ນຕອນໃນການຮັກສາ

1. ທັນຕະແພດ​ຈະ​ເຮັດການ​ກວດແຂ້ວ​ ວິເຄາະຮ່ອຍຍີ້ມ ແລະ ທຽບສີແຂ້ວ
2. ທັນຕະແພດຈະກໍ້ແຕ່ງຜິວແຂ້ວພຽງເລັກນ້ອຍເພື່ອກຽມພື້ນທີ່ສຳລັບເຄືອບແຂ້ວທຽມ ອາດເຮັດຮວມກັບການສັກຍາມືນເພື່ອປ້ອງກັນການສຽວແຂ້ວ
3. ພິມປາກແລະສົ່ງໄປທີ່ແລັບທັນຕະກຳເພື່ອຜະລິດຊິ້ນງານ
4. ລອງແລະຍືດເຄືອບແຂ້ວທຽມຕິດກັບແຂ້ວແບບຖາວອນ

ໄລຍະເວລາການເຮັດວີເນຍ

            ວີເນຍໃຊໄລຍະເວລາເຮັດປະມານ 1-2 ອາທິ

ອາຍຸການໃຊ້ງານວີເນຍ

            ວີເນຍສາມາດຢູ່ໄດ້ດົນເຖິງ 10-15 ປີ ຂຶ້ນຢູ່ກັບການດູແລຮັກສາຂອງທ່ານເອງ

ຂໍ້ດີຂອງການເຮັດວີເນຍ

    • ສວຍງາມ ລັກສະນະ ແລະ ຄວາມໃສຄືກັນກັບແຂ້ວທຳມະຊາດ
    • ສາມາດປັບແຕ່ງຮູບຂອງແຂ້ວໃຫ້ມີຄວາມງາມຂຶ້ນ
    • ຊ່ວຍເພີ່ມຄວາມຫມັ່ນໃຈໃຫ້ແຂ້ວ ແລະ ຮ່ອຍຍິມ
    • ມີຄວາມແຂງແຮງທົນທານຄືກັນກັບແຂ້ວເຮົາຈິງ ແລະ ຍາກຕໍ່ການຕິດສີຈາກເຄື່ອງດືມ,ອາຫານ,ຢາສູບ..
    • ຢູ່ໄດ້ດົນ 10-15 ປີ

ການດູແລຮັກສາ

    1. ຫລີກລຽງການໃຊ້ແຂ້ວກັດຂອງແຂງ ເຊິ່ງອາດເຮັດໃຫ້ແຂ້ວແຕກໄດ້
    2. ເຮັດຄວາມສະອາດແຂ້ວ ແລະໃຊ້ໄຫມຂັດຟັນ
    3. ຫລຸດການດືມເຄື່ອງດືມປະເພດ ຊາ ກາເຟ ວາຍ ນຳ້ອັດລົມ ແລະ ອາຫານທີມັກຕິດຄາບງາຍລວມໄປເຖິງຢາສູບ....
    4. ພົບທັນຕະແພດເພື່ອກວດຄືນໃນທຸກໆ 6 ເດືອນ

ຄຳຖາມທີເຄີຍເຫັນຕະຫລອດ

ວີເນຍເຫມາະກັບໃຜ ?
            ການເຮັດວີເນຍບໍ່ໄດ້ເປັນທີ່ນິຍົມໃນວົງການ ສິລະປິນ,ດາລາ ເທົ່ານັ້ນ ແຕ່ຍັງເຫມາະກັບຜູ້ທີ່ຕ້ອງການປັບສີແຂ້ວໃຫ້ຂາວພ້ອມກັບຮູບຊົງແຂ້ວທີສວຍງາມໄດ້ສັດສວ່ນ ແລະການເຮັດວີເນຍເປັນອີກທາງເລືອກຫນຶ່ງສຳລັບຜູ້ທີມີບັນຫາແຂ້ວແຕກບໍ່ຢາກດັດແຂ້ວອີກ
ອາຍຸເທົາໃດເຖິງເຮັດວີເນຍໄດ້?
    • ເພດຍິງ 16 ປີ ຂຶ້ນໄປ
    • ເພດຊາຍ 18 ປີຂຶ້ນໄປ
ເນື່ອງຈາກເປັນຊວງອາຍຸຂອງແຂ້ວທີມີການຢຸກການຈະເລີນເຕີບໂຕ ເຊິ່ງຫາກເຮັດວີເນຍໃນໄວເດັກກວ່າອາດສົ່ງຜົນໃຫ້ວີເນຍເຄື່ອນຕົວອອກຈາກເຫງືອກແລະແຂ້ວໄດ້
ເຮັດວີຢູ່ໃສກໍໄດ້ແມ່ນບໍ?
        ການເຮັດວີເນຍຕ້ອງແມ່ນທັນຕະແພດທີ່ມີຄວາມຊ່ຽວຊານ ມີປະສົບການໂດຍກົງ ແລະຕ້ອງຄຳນຶງເຖິງຄວາມສະອາດ ຄວາມປອດໄພ ແລະໄດ້ຮັບມາດຕະຖານ ເນື່ອງຈາກເຮັດວີເນຍບໍ່ໄດ້ມາຕະຖານ ອາດສົ່ງຜົນເຮັດໃ
ເກິດບັນຫາສຸກຂະພາບແຂ້ວຕາມມາ​ ເຊັ່ນ​ ວີເນຍເບິ່ງບໍ່ເປັນທຳມະຊາດ ບໍ່ຄົງທົນ ແຕກຫັກ ອາດເກິດຄວາມເສຍຫາຍກັບແຂ້ວແທ້ຍ່າງຖາວອນໄດ້ ມີກີນປາກເປັນຕົ້ນ
ແຂ້ວຫ່າງແຕ່ບໍ່ຍາກດັດແຂ້ວເຮັດແບບໃດໄດ້ແດ່?
     ແຂ້ວຫ່າງແຕ່ບໍ່ຍາກດັດແຂ້ວສາມາດເຮັດໄດ້ 2 ວິທີ
.​ການອຸດປິດຊ່ອງວ່າງລະຫວ່າງແຂ້ວ ເປັນວິທີທີ່ໃຊ້ແກ້ບັນຫາສະເພາະຈຸດທີ່ມີບັນຫາເທົ່ານັ້ນ
.​ການເຮັດວີເນຍ ເປັນວິທີທີ່ສາມາດແກ້ໄຂແຂ້ວທີ່ມີຮູປຮ່າງບໍ່ສວຍງາມ ແລະເປັນການອອກແບບຮອຍຍີ້ມ  ໃຫ້ເຂົ້າກັບໃບໜ້າໄດ້ອີກດ້ວຍ
ວີເນຍກັນຟອກສີແຂ້ວຕ່າງກັນແບບໃດ?
   ການຟອກສີແຂ້ວເປັນການໃຊ້ນ້ຳຍາຟອກສີແຂ້ວເພື່ອປ່ຽນສີຂອງແຂ້ວທຳມະຊາດ​ ສ່ວນການເຮັດວີເນຍເປັນການເອົາວັດສະດຸຊະນິດເລຊິນຄອມໂພສິດ ຫຼືເຊລະມີກໄປເຄືອບໄວ້ບົນຜິວເຄືອບແຂ້ວທຳມະຊາດ