about-lao

ໂຮງໝໍທັນຕະກໍາ ວຽງຈັນ ອິນເຕີເນເຊີແນລ (Vientiane International Dental Hospital)

ໂຮງໝໍທັນຕະກໍາ ວຽງຈັນ ອິນເຕີເນເຊີແນລ (Vientiane International Dental Hospital) ຫຼື VDH ເປັນໂຮງໝໍທັນຕະກໍາດ້ວຍຄວາມຮ່ວມມືລະຫວ່າງກຸ່ມທັນຕະແພດ ແລະ ຄລີນິກທັນຕະກໍາພາກເອກະຊົນຈາກປະເທດໄທ (Thonglor Dental Hospital) ແລະ ກຸ່ມເອກະຊົນຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ໃນການຮັກສາແດ່ຄົນໄຂ້ທາງທັນຕະກໍາທີ່ຄົບຖ້ວນ ທັງການບໍລິການຂັ້ນເລີ່ມຕົ້ນຈົນເຖິງຂັ້ນສູງສຸດທີ່ທັນສະໄໝ ແລະ ມີຄຸນນະພາບໃຫ້ກັບປະຊາຊົນໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະເໝີພາບ ໂດຍບໍ່ຈໍາເປັນຕ້ອງເດີນທາງໄກໄປຮັກສາຢູ່ຕ່າງປະເທດ.

ການໃຫ້ບໍລິການຂອງ ໂຮງໝໍທັນຕະກໍາ ວຽງຈັນ ອິນເຕີເນເຊີແນລ ເປັນໜ່ວຍງານທີ່ຮັບຄົນໄຂ້ທາງທັນຕະກໍາທີ່ມາຕິດຕໍ່ເພື່ອຮັບການປິ່ນປົວໂດຍກົງ ແລະ ເປັນໜ່ວຍງານທີ່ຮັບຮອງການສົ່ງຕໍ່ຄົນໄຂ້ທາງທັນຕະກໍາຈາກຄລີນິກທັນຕະກໍາທົ່ວໄປທີ່ຕ້ອງການຈະສົ່ງຄົນໄຂ້ທາງທັນຕະກໍາ ເຂົ້າຮັບການປິ່ນປົວແຂ້ວສະເພາະສາຂາ (Specific Dental Treatment) ນອກຈາກນັ້ນ ຍັງມີການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີການແພດ, ການເຝິກອົບຮົມ.

 

Play
Slider